ຫລາຍພາກສ່ວນສົມທົບທຶນສ້າງໂຮງຮຽນປະຖົມສົມບູນບ້ານໂພນໂຮງ

ວັນທີ 10 ກຸມພາ 2025 ໄດ້ຈັດພິທີ ມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານໂພນໂຮງ ເມືອງຄໍາເກີດ, ແຂວງບໍລິຄໍາໄຊ ໂດຍການເຂົ້່າຮ່ວມເປັນປະທານຂອງທ່ານ ນ. ມະລິຈັນ ທຳມະວົງ ພັນລະຍາຂອງທ່ານເຈົ້າແຂວງບໍລິຄຳໄຊ ຕາງຫນ້າກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ ການຈັດຕັ້ງບ້ານ ຄູ-ອາຈານ, ນັກຮຽນ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ບ້ານໂພນໂຮງມີ ຈໍານວນ 276 ຫລັງຄາເຮືອນ ມີ 311 ຄອບຄົວ, ມີປະຊາກອນທັງໝົດ 1.682 ຄົນ, ຍິງ 858 ຄົນ, ມີ 3 ຊົນເຜົ່າ, ມີນັກຮຽນແຕ່ຊັ້ນຫ້ອງກຽມປະຖົມ-ຮອດຊັ້ນປະຖົມ ທັງໝົດ 82 ຄົນ, ຍິງ 42 ຄົນ, ຄູສອນທັງໝົດ 3 ຄົນ ຍິງ 3 ຄົນ; ໂຮງຮຽນປະຖົມໂພນໂຮງໄດ້ເລີ່ມກໍ່ສ້າງແຕ່ ວັນທີ 6 ສິງຫາ 2024, ມາຮອດ ວັນທີ 1 ກຸມພາ 2025 ໄດ້ສໍາເລັດ 100% ໄລຍະເວລາໃນການ ກໍ່ສ້າງ 07 ເດືອນ.
ການກໍ່ສ້າງແມ່ນປະຊາຊົນໄດ້ປະກອບສ່ວນດ້ານແຮງງານ ເຊິ່ງໄດ້ແບ່ງເປັນແຕ່ ລະໜ່ວຍກໍ່ສ້າງໂຮງຮຽນຫລັງນີ້ ມາຮອດປະຈຸບັນການກໍ່ສ້າງໂຮງຮຽນ ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ ໂຄງສ້າງຂອງໂຮງຮຽນແມ່ນ; ມີຂະນາດກວ້າງ 9 ແມັດ, ຍາວ 42 ແມັດ ມີ 6 ຫ້ອງ, ເບຕົງເສີມເຫຼັກ, ຫລັງຄາເຫຼັກ, ມຸງອາລຸຊິງ, ຝາກໍ່ດ້ວຍດິນບ໋ອກ, ມີເພດານ, ລະບົບໄຟຟ້າ, ພັດລົມ ແລະ ເຄື່ອງເຟີນີເຈີ່ ທີ່ແໜ້ນໜາຖາວອນ, ຕາມມາດຖານ.
ໂດຍແມ່ນສົມທົບທຶນຈາກກອງທຶນໜື່ງດວງໃຈບໍລິຄໍາໄຊຊ່ວຍສັງຄົມ 554,962,000 ກີບ; ການປະກອບສ່ວນແຮງງານກໍ່ສ້າງຂອງບ້ານ ລວມມູນຄ່າ 254,548,000 ກີບ; ຊ່ວຍເຫຼືອຈາກກອງທຶນຮ່ວມໃຈຊ່ວຍເຫຼືອສັງຄົມ ເມືອງຄຳເກີດຈໍານວນເງິນ 20,000,000 ກີບ ແລະ ຊ່ວຍເຫຼືອຈາກເມືອງ 82,973,000 ກີບ ລວມ ເປັນເງິນທັງໝົດ 912,483,000 ກີບ.
Cr: ທິນນະກອນ





