ວັນທີ 2 ພະຈິກ 2024 ນີ້, ຫລາຍພາກສ່ວນເຂົ້າວາງພວງ ມາລາໄວ້ອາໄລຕໍ່ການຈາກໄປຂອງ ພົນໂທ ໄອ່ ສຸລິຍະແສງ ອະດີດກຳມະການສູນກາງພັກ ສະໄໝທີ IV, V, ອະດີດຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ, ອະດີດຫົວໜ້າກົມໃຫຍ່ເສນາ ທິການກອງທັບ, ອະດີດພະນັກງານປະຕິວັດ ອາວຸໂສບຳນານກະຊວງປ້ອງກັນປະເທດ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນສຸກ ວັນທີ 1 ພະຈິກ 2024.
ໃນການເຂົ້າວາງພວງມາລາຄັ້ງນີ້ ລວມມີ: ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ, ມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ, ມີບັນດາຄະນະນຳ ແລະ ທຸກອົງການຈັດຕັ້ງຈາກກະຊວງ ປ້ອງກັນປະເທດ ນຳໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີການນຳກະຊວງ ປ້ອງກັນຄວາມສະຫງົບ ແລະ ພາກສ່ວນອື່ນໆ.
ທີ່ມາ: ໜັງສືພິມກອງທັບ.











