ວັນທີ 15 ກັນຍາ 2024 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ ມີຫຼາຍພາກສ່ວນໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາຄື: ບໍລິສັດອະສັງຫາລິມະສັບ ຮົງກົງຈຸນຊົງ ຈຳກັດ ມອບເງິນ 100 ລ້ານກີບ, ທ່ານກວາງລີ້ມິງ ມອບເງິນ 100 ລ້ານກີບ, ທ່ານ ຈາງຊາວເກີນ ຫົວໜ້າບໍລິສັດການຄ້າ ແລະ ການລົງທຶນຈີນ-ລາວ ຊາງຈຽງ ຂາເຂົ້າ-ຂາອອກຈໍາກັດ ມອບເງິນ 100 ລ້ານກີບ.
ໂດຍການກ່າວຮັບຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆຫຼວງນໍ້າທາ ແລະ ໂຄງການນໍ້າໃຈໄຫຼສູ່ພາກເໜືອ ໄດ້ມອບເຄື່ອງນຸ່ງຫົ່ມ ແລະ ອາຫານແຫ້ງ ກ່າວຮັບໂດຍທ່ານ ພົນຕີ ຈັນສະແຫວງ ທິບຄູນທອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດແຂວງ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ຈະໄດ້ນໍາໄປມອບໃຫ້ ປະຊາຊົນຜູ້ທີ່ຖືກຜົນກະທົບໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ




