ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລາຍພາກສ່ວນ ມອບເງິນຊຸກຍູ້ໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໃຊ້ເຂົ້າໃນວຽກງານກອບກູ້ ແລະ ຕ້ານໄພພິບັດ

Sep 12, 2024

ໃນວັນທີ 11 ກັນຍາ 2024 ນີ້, ບໍລິສັດ, ລັດວິສາຫະກິດຕ່າງໆ ໄດ້ມອບເງິນຊຸກຍູ້ໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານກອບກູ້ ແລະ ຕ້ານໄພພິບັດທໍາມະຊາດ, ໂດຍການກ່າວຮັບຂອງ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນນັ້ນ, ມີ ລັດວິສາຫະກິດ ລາວເດີນອາກາດ ມອບເງິນສົດ ຈໍານວນ 200 ລ້ານກີບ, ບໍລິສັດ ລັດວິສາຫະກິດ ພັດທະນາກະສິ ກໍາ-ອຸດສາຫະກໍາ ແລະ ການບໍລິການ ຂາອອກ-ຂາເຂົ້າ (ພກອ) ມອບເງິນສົດ ຈໍານວນ 200 ລ້ານກີບ, ບໍລິສັດ ຮ່ວມມືພັດທະ ນາບໍ່ແຮ່ ໄຊສົມບູນ ຈໍາກັດ ມອບເງິນສົດ ຈໍານວນ 200 ລ້ານກີບ, ບໍລິສັດ FMB ພັດທະນາເຕັກນິກ ແລະ ການຄ້າ ມອບເງິນ ສົດ ຈໍານວນ 200 ລ້ານກີບ, ບໍລິສັດຜາແດງອິນດັສຕຣີ ປະເທດລາວ ຈໍາກັດຜູ້ດຽວ ມອບເງິນສົດ ຈໍານວນ 35 ລ້ານກີບ, ບໍລິສັດ ພີແອັດສເອັນຈີເນຍລິງ ຈໍາກັດຜູ້ດຽວ ມອບເງິນສົດ ຈໍານວນ 20 ລ້ານກີບ ແລະ ບໍລິສັດ ສີຈະເລີນ ກໍ່ສ້າງຄົບວົງຈອນ ຈໍາກັດ ມອບເງິນສົດ ຈໍານວນ 30 ລ້ານກີບ, ລວມທັງໝົດ 885.000.000 ກີບ.
ໂອກາດນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ ໄດ້ສະແດງຄວາມຂອບໃຈ ຕໍ່ຫົວໜ່ວຍບໍລິສັດ, ລັດວິ ສາຫະກິດຕ່າງໆ ທີ່ເຫັນໄດ້ຄວາມໝາຍສໍາຄັນ ຂອງວຽກງານກອບກູ້ ແລະ ຕ້ານໄພພິບັດທາງທໍາມະຊາດ ຈຶ່ງໄດ້ໃຫ້ການອຸປະຖໍາຊຸກຍູ້ໃນຄັ້ງນີ້ ແລະ ກ່າວວ່າ: ຈະນໍາເອົາວັດຖຸປັດໄຈດັ່ງກ່າວນີ້ ໄປໝູນໃຊ້ເຂົ້າໃນການເຄື່ອນໄຫວງານກອບກູ້, ແກ້ໄຂ ແລະ ຕ້ານໄພພິບັດທໍາມະຊາດ ຢູ່ບັນດາແຂວງຕ່າງໆ ຂອງລາວ.
ທີ່ມາ: ຫນັງສືພິມກອງທັບ
May be an image of 9 people, dais and text
May be an image of 7 people, dais and text