ຫວຽດນາມ ກຍມເປັນເຈົ້າພາບຈັດກອງປະຊຸມ APEC 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ມີນານີ້ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານກະກຽມຮັບປະກັນການຈັດເວທີປາໄສເສດຖະກິດ ອາຊີ – ປາຊີຟິກ (APEC) ໃນປີ 2027 ຢູ່ນະຄອນຝຸກວັກ, ແຂວງກຽນຢາງ.
ເວທີປາໄສເສດຖະກິດ ອາຊີ – ປາຊີຟິກ (APEC) ຄັ້ງນີ້ແມ່ນເປັນຄັ້ງທີ 30, ພາຍ ໃຕ້ຫົວຂໍ້ “ເຊື່ອມຕໍ່, ສ້າງບັນດາພື້ນຖານເສດຖະກິດກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ຈະເປັນຂີດໝາຍສຳຄັນ, ສະແດງໃຫ້ເຫັນຖານະບົດບາດຂອງຫວຽດນາມໃນພາກພື້ນ ແລະ ກໍແມ່ນໂອກາດເພື່ອໃຫ້ຝຸກວັກກາຍ ເປັນສູນການຮ່ວມມືເສດຖະກິດ, ສັງຄົມ ແລະ ພົບປະແລກປ່ຽນທົ່ວໂລກ. ການຕ້ອນຮັບຜູ້ແທນ, ການນຳຂັ້ນສູງ ແລະ ນັກທຸລະກິດນັບພັນຄົນທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC ຄາດວ່າຈະດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າມາຝຸກວັກ, ຊຸກຍູ້ບັນດາຂະແໜງເສດຖະກິດຈຸດສຸມ ຄື: ການທ່ອງທ່ຽວ, ອະສັງຫາລິມະຊັບ, ການຂາຍຍ່ອຍ ແລະ ການບໍລິການ.
ໃນກອງປະຊຸມ, ທ່ານ ຟ້າມມິງຈິງ ຮຽກຮ້ອງແຂວງກຽນຢາງ ຕ້ອງສັບຊ້ອນເວລາ, ວຽກງານ, ກຳນົດຢ່າງຈະແຈ້ງຂອບຂະໜາດ, ເປົ້າໝາຍຂອງບັນດາໂຄງການຮັບໃຊ້ APEC, ບົນພື້ນຖານເຄົາລົບການວາງແຜນຜັງລວມທີ່ມີຢູ່ແລ້ວ.


