ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມ ກຽມເພີ່ມການນໍາເຂົ້າພະລັງງານໄຟຟ້າຈາກ ຈີນ ແລະ ລາວ

Feb 18, 2025

ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ວາງແຜນເພີ່ມກຳລັງການນຳເຂົ້າພະລັງງານໄຟຟ້າຈາກຈີນ ແລະ ລາວ ເພີ່ມຂຶ້ນ 1.6 ເຖິງ 5 ເທົ່ານັບແຕ່ນີ້ຫາປີ 2030 ເພື່ອຮອງຮັບຄວາມຕ້ອງການພະລັງງານໄຟຟ້າທີ່ເພີ່ມຂຶ້ນ ເຊິ່ງຄາດວ່າຈະເພີ່ມຂຶ້ນຢ່າງຕໍ່ເນື່ອງເຖິງ 12-14% ຕໍ່ປີ ຕາມເປົ້າໝາຍການພັດທະນາເສດຖະກິດ ແລະໃຫ້ສອດຄ່ອງກັບແນວທາງເພື່ອໃຫ້ຫວຽດນາມກາຍປະເທດທີ່ມີລາຍຮັບສູງ ພາຍໃນປີ 2045.
ພາຍໃນປີ 2030 ກໍາລັງການຜະລິດພະລັງງານໄຟຟ້າຂອງຫວຽດນາມ ຈະຕ້ອງເພີ່ມຂຶ້ນ 35% ເປັນ 210,000 ເມກາວັດ ຈາກແຜນການຜະລິດພະລັງງານປັດຈຸ ບັນ ເຮັດໃຫ້ການນໍາເຂົ້າພະລັງງານໄຟຟ້າຈາກຕ່າງປະເທດມີພາລະບົດບາດສຳຄັນ ໂດຍຈະກວມເອົາ 5% ຂອງປະລິມານພະລັງງານໄຟຟ້າທັງໝົດ, ເພີ່ມຂຶ້ນ 4% ຈາກປີທີ່ຜ່ານມາ.
ເຖິງວ່າຍັງບໍ່ມີຂໍ້ຕົກລົງຢ່າງເປັນທາງການ, ແຕ່ຫວຽດນາມ ມີແຜນການນຳເຂົ້າພະລັງງານໄຟຟ້າຈາກຈີນ ສູງເຖິງ 3,700 ເມກາວັດ ເພີ່ມຂຶ້ນ 5 ເທົ່າຈາກປັດຈຸບັນ. ນອກຈາກນີ້, ຍັງມີເເຜນເຂົ້າພະລັງງານໄຟຟ້າຈາກລາວ 6,800 ເມກາວັດ ເພີ່ມຂຶ້ນ 1.6 ເທົ່າພາຍໃນປີ 2030.
May be an image of 2 people and text