ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມ ຈັດງານໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ຄົບຮອບ 80 ປີ ຢ່າງຍິ່ງໃຫຍ່.

Sep 2, 2025

ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນໄຊຊະນະການປະຕິວັດເດືອນສິງຫາ 1945 ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ ຈັດຂຶ້ນຢ່າງເປັນທາງການ ແລະ ຍິ່ງໃຫຍ່ຢູ່ສະໜາມຫຼວງບ່າດິ້ງ ນະຄອນຫຼວງຮ່າໂນ້ຍ ໃນເວລາ 6 ໂມງເຄິ່ງ ຂອງວັນທີ 2 ກັນຍາ 2025 ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ໂຕເລີ່ມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍ ເລື່ອງເກືອງ ປະທານປະເທດຫວຽດນາມ, ສະຫາຍ ຟ້າມມິ່ງຈິງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍການນຳ ແລະ ອະດີດການນຳຂັ້ນສູງພັກ-ລັດຫວຽດນາມ, ລວມທັງພາກສ່ວນກ່ຽວຂ້ອງ ແລະ ມວນຊົນຊາວຫວຽດນາມເຂົ້າຮ່ວມເປັນຈຳນວນຫຼາຍ.
May be an image of 5 people and text that says '= G THÁNG TÁM VÀ QUỐC KHÁNH 2-9 TTXON'
ສຳຫຼັບແຂກປະເທດເພື່ອນມິດທີ່ເປັນກຽດເຂົ້າຮ່ວມງານໂຮມຊຸມນຸມໃຫຍ່ຄັ້ງນີ້, ມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກປະຊາຊົນປະຕິວັດລາວ ປະທານປະເທດລາວ, ສະຫາຍ ມິເກວ ດີອາສ ເບິມູເດັສ ເລຂາທີ1 ຄະນະກຳມະການສູນກາງພັກກອມມູນິດກູບາ ປະທານປະເທດກູບາ, ສະຫາຍ ຈ້າວເລີຈີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ປະທານຄະນະກຳມະການສະພາປະຊາຊົນແຫ່ງຊາດຈີນ, ສົມເດັດ ຮຸນແຊນ ປະທານສະພາແຫ່ງຊາດກຳປູເຈຍ, ພ້ອມນັ້ນຍັງມີຜູ້ແທນຈາກຣັດເຊຍ, ເບລາຣຸດຊີ, ຕາງໜ້າພັກການເມືອງຈາກຫຼາຍປະເທດ ລວມທັງບັນດາທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳຫວຽດນາມ ເຂົ້າຮ່ວມ.
May be an image of 4 people and text
ໃນພິທີ, ສະຫາຍ ໂຕເລີ່ມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ກ່າວສູນທອນພົດ ບາງຕອນສະຫາຍໄດ້ຍົກໃຫ້ຄວາມສຳຄັນອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ 1945 ທີ່ມີຕໍ່ການປະຕິວັດຊາດ ແລະ ປະຫວັດສາດການພັດທະນາປະເທດຊາດ. ພ້ອມທັງໄດ້ຫວນຄືນເຖິງເຫດການສຳຄັນທາງປະຫວັດສາດຂອງປະເທດຊາດຫວຽດນາມເມື່ອ 80 ປີກ່ອນທີ່ສະໜາມຫຼວງບ່າດິ້ງແຫ່ງນີ້ ປະທານໂຮ່ຈິ່ມິ່ງ ຜູ້ນຳທີ່ຍິ່ງໃຫຍ່ຂອງປະເທດຊາດ ແລະ ປະຊາຊົນຫວຽດນາມ ໄດ້ອ່ານຖະແຫຼງການປະກາດເອກະລາດ ແລະ ປະກາດສ້າງຕັ້ງສາທາລະນະລັດ ປະຊາທິປະໄຕຫວຽດນາມໃນເມື່ອກ່ອນ ກໍຄື ສາທາລະນະລັດສັງຄົມນິຍົມຫວຽດນາມໃນປັດຈຸບັນຂຶ້ນຢ່າງເປັນທາງການ ແລະ ສະຫງ່າຜ່າເຜິຍ ຊຶ່ງເປັນການໄຂສັງກາດໃໝ່ແຫ່ງເອກະລາດ ແລະ ສິດເສລິພາບຂອງປະຊາຊົນຫວຽດນາມ.
ສະຫາຍ ໂຕເລີ່ມ ຍົກໃຫ້ເຫັນຕື່ມວ່າ: ການສະເຫຼີມສະຫຼອງວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ ບໍ່ພຽງແຕ່ເປັນໂອກາດໃຫ້ປະຊາຊົນຫວຽດນາມໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈິ່ມິ່ງ ຜູ້ນຳທີ່ຍິ່ງໃຫຍ່ ພ້ອມດ້ວຍນັກປະຕິວັດຮຸ່ນກ່ອນ ລວມທັງປະຊາຊົນໝົດທັງປະເທດເທົ່ານັ້ນ, ຍັງເປັນສະແດງໃຫ້ເຫັນເຖິງ 80 ປີ ແຫ່ງຄວາມຈະເລີນຮຸ່ງເຮືອງ ແລະ ມັ່ງຄັ່ງເຂັ້ມແຂງຂອງປະເທດຊາດຫວຽດນາມ ບົນເສັ້ນທາງອັນລະອິດລະອ້ຽວ ແຕ່ເຕັມໄປດ້ວຍຄວາມອົງອາດສະຫງ່າລາສີ ແລະ ໜັກແໜ້ນທີ່ບໍ່ມີສິ່ງໃດມາກີດຂວາງ ແລະ ຢຸດຢັ້ງປະຊາຊາດຫວຽດນາມກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ຖາວອນໄດ້.
May be an image of 1 person and text May be an image of text
ພາຍຫຼັງເລຂາທິການໃຫຍ່ໂຕເລີ່ມ ກ່າວສູນທອນພົດສິ້ນສຸດລົງ ຂະບວນສວນສະໜາມສະແດງກ້ອນກຳລັງຕ່າງໆໄດ້ເລີ່ມເຂົ້າສູ່ສະໜາມ, ເລີ່ມຈາກຂະບວນເຮລິກອບແຕ ໄດ້ເຊີນທຸງຊາດ ແລະ ທຸງພັກຂອງຫວຽດນາມບິນຜ່ານສະໜາມຫຼວງບ່າດິ້ງ ຊຶ່ງໄດ້ສ້າງຄວາມສົນໃຈໃຫ້ມວນຊົນເປັນພິເສດ. ຈາກນັ້ນ, ຂະບວນລົດທີ່ມີຮູບເຄື່ອງໝາຍຊາດ, ຮູບທຸງພັກ ແລະ ທຸງຊາດຫວຽດນາມ ພ້ອມດ້ວຍຕົວເລກ 80 ປີວັນຊາດຫວຽດນາມ, ຮູບຈຳລອງຢູ່ໃນທ່າຢືນຂອງປະທານໂຮ່ຈີ່ມິ່ງ ແລະອື່ນໆໄດ້ເຂົ້າສູ່ສະໜາມ, ຈາກນັ້ນແມ່ນກ້ອນກຳລັງຂອງເຫຼົ່າຮົບຕ່າງໆຂອງກອງທັບປະຊາຊົນຫວຽດນາມ ແລະ ກອງທັບປະເທດເພຶ່ອນມິດ ລວມມີຈີນ, ຣັດເຊຍ, ລາວ ແລະ ກຳປູເຈຍໄດ້ເຂົ້າສູ່ສະໜາມ, ຕໍ່ດ້ວຍຂະບວນສວນສະໜາມຂອງກຳລັງຕຳຫຼວດປະຊາຊົນຫວຽດນາມ, ຂະບວນສະແດງແສນຍານຸພາບດ້ານອາວຸດຍຸດໂທປະກອນທີ່ໃຊ້ທາງການທະຫານ ແລະ ການຮັກສາຄວາມສະຫງົບປອດໄພພາຍໃນຂອງຫວຽດນາມ ຕະຫຼອດຮອດຂະບວນສວນສະໜາມຂອງກ້ອນກຳລັງຕ່າງໆໃນແຕ່ລະຂົງເຂດວຽກງານຂອງຫວຽດນາມ ເຂົ້າສູ່ສະໜາມດ້ວຍບັນຍາກາດຄຶກຄື້ນ ທ່າມກາງສາຍຕາຂອງແຂກ ແລະ ມວນຊົນທີ່ເຂົ້າຮ່ວມຊົມເປັນຈຳນວນຫຼາຍເຕັມຄວາມຈຸຂອງສະໜາມຫຼວງບ່າດິ້ງ.
ສໍາລັບກ້ອນກຳລັງຕ່າງໆທີ່ເຂົ້າຮ່ວມສວນສະໜາມເພື່ອສະເຫຼີມສະຫຼອງໄຊຊະນະການປະຕິວັດເດືອນສິງຫາ 1945 ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີຄັ້ງນີ້ ມີຈຳນວນພົນເຂົ້າຮ່ວມຫຼາຍກວ່າ 16.000 ຄົນ, ປະກອບດ້ວຍກອງກຽດຕິຍົດ 4 ກ້ອນ, ຕົວແທນເຫຼົ່າຮົບຕ່າງໆຈາກກອງທັບປະຊາຊົນຫວຽດນາມ ແລະ ຕຳຫຼວດປະຊາຊົນຫວຽດນາມ 43 ກ້ອນ, ໃນນັ້ນກອງທັບ 26 ກ້ອນ, ຕຳຫຼວດ 17 ກ້ອນ, ຕົວແທນກອງທັບປະເທດເພື່ອນມິດ 4 ກ້ອນໄດ້ແກ່ຈີນ, ຣັດເຊຍ, ລາວ ແລະ ກຳປູເຈຍ, ນອກນັ້ນຍັງມີຂະບວນຍານພາຫະນະທາງການທະຫານ ແລະ ຕຳຫຼວດ ລວມທັງກ້ອນກຳລັງສວນສະໜາມຂອງຂົງເຂດຕ່າງໆຕື່ມອີກ.
May be an image of 1 person and text that says 'ĐẮNG CỘNG SÂN VIỆT NAM QUANG VINH' May be an image of text
ຂ່າວ : ປອງໄຕ ຈະເລີນສຸກ
ພາບ : VTV1, TTX.N