ວັນທີ 26 ກຸມພານີ້, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະ ມົນຕີ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ ຄຣິສຕອບເຟີ ລູຊອນ ນາຍົກລັດຖະມົນຕີນູແວນເຊລັງ ທີ່ເຄື່ອນໄຫວຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 2 ແຕ່ວັນທີ 25 – 28 ກຸມພານີ້.
ພາຍຫຼັງພິທີຕ້ອນຮັບ, ທ່ານ ຟ້າມມິງຈິງ ແລະ ທ່ານ ຄຣິສຕອບເຟີ ລູຊອນ ໄດ້ດຳ ເນີນການພົບປະສອງຝ່າຍ. ການນໍາສອງປເທດໄດ້ເຫັນດີຍົກການພົວພັນ ຫວຽດ ນາມ – ນູແວນເຊລັງ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນສອງປະ ເທດ ແລະ ປະກອບສ່ວນເຂົ້າໃນສັນຕິ ພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ພາຍຫຼັງການພົບປະ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ຍົກລະດັບການພົວພັນ ຫວຽດນາມ-ນູແວນເຊລັງ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໃນໄລຍະ 2 ປີຕໍ່ໜ້າ, 2 ຝ່າຍຈະສ້າງແຜນການ ເຄື່ອນໄຫວຮ່ວມ ເພື່ອວາງບັນດາຂໍ້ລິເລີ່ມລະອຽດໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສຸມໃສ່ເພີ່ມທະວີ 5 ເສົາຄ້ຳຮ່ວມມືຕົ້ນຕໍ.
ກ່ຽວກັບການຮ່ວມມືດ້ານການເມືອງ, ສອງຝ່າຍເຫັນດີເຮັດໃຫ້ການພົວພັນຮ່ວມມືລະຫວ່າງກະຊວງການຕ່າງປະເທດ 2 ປະເທດເລິກເຊິ່ງກວ່າເກົ່າ. ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືທາງທະເລ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງແບ່ງປັນຂໍ້ມູນ ແລະ ເພີ່ມທະວີການຮ່ວມມືໃນບັນຫາ 2 ຝ່າຍ, ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຊົມເຊີຍການຈັດວາລະສົນທະນາກ່ຽວກັບທະເລຄັ້ງທີ 1. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ສອງຝ່າຍເຫັນດີຕໍ່ເປົ້າໝາຍການຄ້າ 2 ສົ້ນໃຫ້ບັນລຸ 3 ຕື້ໂດລາ ໃນປີ 2026. ການຮ່ວມມືດ້ານການປ່ຽນແປງຂອງດິນຟ້າອາກາດ, ວິທະຍາ ສາດ, ເຕັກໂນໂລຊີ.
ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການຮ່ວມມືດ້ານກະສິກຳ ເພື່ອແນໃສ່ຊຸກຍູ້ ຫວຽດນາມ ກາຍເປັນປະເທດຜະລິດກະສິກຳທັນສະໄໝ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ການຮ່ວມມືດ້ານການສຶກສາ ແລະ ພົບປະແລກປ່ຽນປະຊາຊົນ, ນູແວນເຊລັງ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຊ່ວຍ ເຫຼືອບຳລຸງສ້າງເຈົ້າໜ້າທີ່ຂັ້ນສູນກາງ ແລະ ທ້ອງຖິ່ນຂອງ ຫວຽດນາມ.
ໃນຖະແຫຼງການຮ່ວມ, ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນຊຶ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.
ທີ່ມາ: ວິທະຍຸກະຈາຍສຽງຫວຽດນາມ



