ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ລາຍງານວ່າ: ທ່ານ ໂຕເລີມ, ປະທານປະເທດຫວຽດນາມ ໄດ້ພົບປະກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ໃນວັນທີ 20 ມິຖຸນານີ້ ຢູ່ທຳນຽບປະທານປະເທດຫວຽດນາມ. ພາຍຫລັງກອງປະຊຸມພົບປະຢ່າງເປັນທາງການ.
ສອງຝ່າຍໄດ້ເຂົ້າຮ່ວມເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືກັນຫລາຍສະບັບ ເຊັ່ນ: ສັນຍາ ລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານ ຣັດເຊຍ ກ່ຽວກັບການຮ່ວມມືໃນຂົງເຂດການສຶກສາຂັ້ນມະຫາວິທະຍາໄລ; ໂຄງການຮ່ວມມື ໄລຍະ 2024–2025 ລະຫວ່າງ ກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງ ຍຸຕິທຳ ຣັດເຊຍ; ບົດບັນທຶກຊ່ວຍຈຳ ວ່າດ້ວຍຂັ້ນຕອນ ປະຕິບັດໂຄງການກໍ່ສ້າງສູນວິທະຍາສາດ ເຕັກໂນໂລຢີ ນິວເຄຼຍ ຢູ່ດິນແດນຫວຽດນາມ ລະຫວ່າງ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ກັບ ກຸ່ມບໍລິສັດ ພະລັງງານປະລະມານູ Rosatom.
ສຳລັບການຮ່ວມມືດ້ານເສດຖະກິດ ແມ່ນຂົງເຂດເສົາຄ້ຳ ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໂດຍທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບສືບຕໍ່ເຈລະຈາ ແລະ ຍົກລະດັບ ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບ ສະຫະພັນ ເສດຖະກິດ ອາຊີ-ເອີຣົບ ໂດຍໄວ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ. ພ້ອມທັງສະໜັບສະໜູນສືບຕໍ່ຍົກສູງປະສິດທິຜົນ ຂອງບັນດາໂຄງການຫລັກແຫລ່ງໃນຂົງເຂດພະລັງງານ ແລະ ອາຍແກັດ, ໂດຍສະເພາະແມ່ນສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດສອງປະເທດ ເປີດກວ້າງການລົງທຶນ, ເຄື່ອນໄຫວໃນດິນແດນຂອງກັນ, ສອດຄ່ອງກັບ ກົດໝາຍ ຂອງສອງປະເທດ ແລະ ກົດໝາຍສາກົນ.
ຄຽງຄູ່ກັນນັ້ນ, ທັງສອງຝ່າຍໄດ້ເຫັນດີ ເປັນເອກະພາບດຳເນີນການຄົ້ນຄວ້າໂດຍໄວ ເພື່ອເປີດກວ້າງການຮ່ວມມື ໃນບັນດາຂົງເຂດພະລັງງານໃໝ່, ພະລັງງານສະອາດ, ປະກອບສ່ວນ ເຂົ້າໃນການຫັນເປັນສີຂຽວ, ພັດທະນາແບບຍືນຍົງ.”
ຂະນະທີ່ ທ່ານ ວະລາດີເມຍ ປູຕິນ ໄດ້ກ່າວເນັ້ນໜັກວ່າ: ຣັດເຊຍ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ ເປັນສຳຄັນ ແລະ ສາຍພົວພັນນີ້ ຈະສືບຕໍ່ພັດທະນາ, ຈິດໜຶ່ງໃຈດຽວດ້ວຍເນື້ອໃນຈິດໃຈຍຸຕິທຳ, ເຄົາລົບເຊິ່ງກັນ ແລະກັນ ແລະ ຖືຜົນປະໂຫຍດຂອງກັນເປັນສຳຄັນ. ຈາກນັ້ນ ຜູ້ນຳທັງສອງປະເທດ ໄດ້ຮັບຮອງເອົາຖະແຫລງການຮ່ວມສະໜັບສະໜູນບັນດາຫລັກການ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ລະຫວ່າງ ຣັດເຊຍ-ຫວຽດນາມ ກ່ອນໜ້ານັ້ນ, ກຳນົດບັນດາທິດໃໝ່ ໃນການຮ່ວມມື ລະຫວ່າງ ສອງປະເທດ ໃນອະນາຄົດ.
ກອງປະຊຸມ ສົນທະນາ ໄດ້ດຳເນີນໃນບັນຍາກາດສ້າງສັນ ແລະ ແທດຈິງ. ໂດຍທັງສອງຝ່າຍ ໄດ້ປຶກສາຫາລືຢ່າງລະອຽດ ກ່ຽວກັບທິດທາງການພັດທະນາອັນຫລັກແຫລ່ງ ລວມທັງການປຶກສາຫາລື ບັນດາບັນຫາສຳຄັນທີ່ສຸດກ່ຽວກັບບັນຫາ ສາກົນ ແລະ ພາກພື້ນ ແລະ ເອົາໃຈໃສ່ເຖິງການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ເຊັ່ນດຽວກັນ. ສຳລັບການຢ້ຽມຢາມທາງລັດຖະກິດ ຢູ່ ສສ ຫວຽດນາມ ຂອງທ່ານ ວະລາດີເມຍ ປູຕິນ ຄັ້ງນີ້ ຈະປະກອບສ່ວນສ້າງກຳລັງໜູນສຳຄັນ, ຊຸກຍູ້ການຮ່ວມມື ໃນທຸກຂົງເຂດ, ກໍຄື ຊ່ວຍໃຫ້ສອງຝ່າຍກຳນົດ ແລະ ຕົກລົງເປັນເອກະພາບ ທິດທາງ, ມາດຕະການຍູ້ແຮງການພົວພັນມິດຕະ ພາບ ທີ່ເປັນມູນເຊື້ອ ລະຫວ່າງສອງປະເທດຢ່າງແຂງແຮງ ໃນໄລຍະໃໝ່.



