ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມ ສູ້ຊົນໃຫ້ກາຍເປັນປະເທດພັດທະນາພາຍໃນປີ 2045

Feb 22, 2025

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ວັນທີ 21 ກຸມ ພານີ້, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ຊີ້ແຈ້ງວ່າ: ບັນດາເປົ້າໝາຍພັດທະນາທີ່ຫວຽດນາມ ວາງອອກ ກຳ ນົດການເຕີບໂຕເສດຖະກິດເຖິງ 8% ຂຶ້ນໄປໃນປີ 2025 ແລະ ເຕີບ ໂຕ 2 ຕົວເລກ ໃນຊຸມປີຕໍ່ໄປ; ມຈົນເຖິງ 2 ເປົ້າໝາຍຍຸດທະສາດ 100 ປີ; ສູ້ຊົນຮອດປີ 2030 ຫວຽດນາມ ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ.
ນີ້ແມ່ນຈຸດເວລາທີ່ທົ່ວປະເທດເພີ່ມລະດັບຄວາມໄວ, ບືນຕົວຂຶ້ນ,ໝູນ ໃຊ້ທຸກໂອກາດ ເພື່ອນຳປະເທດຊາດ “ກ້າວໄປໄວ, ແຮງ, ໃກ, ບືນຕົວສູງ” ກ່ວານນີ້ອີກ ບົນເສັ້ນທາງພັດທະນາ. ສຳລັບ ມາດຕະການຈຸດສຸມຕ້ອງຜັນຂະຫຍາຍໃນທັນທີໃນເດືອນກຸມ ພາ ແລະ ໄຕມາດທີ 1, ລວມມີ: ສູ້ຊົນລະດັບການເຕີບໂຕ ຈີດີພີ (GDP) ບັນລຸ 8% ຂຶ້ນໄປ; GDP ສະເລ່ຍຕໍ່ຫົວຄົນຫລາຍກວ່າ 5.000 ໂດລາສະຫະລັດ; ລະດັບເພີ່ມ ສະເລ່ຍ CPI ປະມານ 4,5-5%; ສືບຕໍ່ສ້າງລະບອບ ລະບຽບການໃຫ້ສົມບູນແບບ; ຮັບປະກັນກົງຈັກການຈັດຕັ້ງກະທັດລັດ, ມີປະສິດທິ ພາບ, ປະສິດທິຜົນ; ຍູ້ແຮງການປະຕິຮູບບໍລິຫານ, ການເຫັນເປັນດີຈີຕອນ; ສຸມໃສ່ເຮັດໃໝ່ ບັນດາກຳລັງໜູນ ເຕີບໂຕແບບເກົ່າ ແລະ ຊຸກຍູ້ບັນດາກຳລັງ ເຕີບໂຕໃໝ່; ຍູ້ແຮງການປ່ອຍເງິນ ລົງທຶນພາກລັດ; ຍູ້ແຮງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ການຟູມເຟືອຍ; ເພີ່ມທະວີການພົວພັນຕ່າງປະເທດ, ເຊື່ອມຕົວເຂົ້າກັບສາກົນ.
May be an image of 1 person, dais and text