ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕອນບ່າຍວັນທີ 30 ມີນາ ເຮືອບິນນຳສົ່ງກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄປຊ່ວຍກູ້ໄພແຜ່ນດິນໄຫວຢູ່ປະເທດ ມຽນມາ ໄດ້ເລີ່ມບິນໃນເວລາ 15 ໂມງ 30 ນາທີ.
ໃນຕອນຄ່ຳວັນດຽວກັນ, ຄະນະຜູ້ແທນຈະແລກປ່ຽນກັບປະເທດເພື່ອນ ແລະ ແລກປ່ຽນໜ້າທີ່ສາກົນ ເພື່ອເປັນເອກະພາບໜ້າທີ່, ກຳນົດແຜນການຮັບມື. ຄາດວ່າ ວັນທີ 31 ມີນາ, ກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ຈະເລີ່ມປະຕິບັດໜ້າທີ່.







