ວັນທີ 25 ມີນານີ້, ເວທີສະແດງແຄມແມ່ນ້ຳເຮືອງ, ຄະນະກຳມະການ ປະຊາຊົນ ນະຄອນເຫ້ວ ໄດ້ຈັດພິທີເປີດປີທ່ອງທ່ຽວ ແຫ່ງຊາດ-ເຫ້ວ 2025 ພາຍໃຕ້ຫົວຂໍ້: “ເຫ້ວ-ເມືອງຫລວງເກົ່າ, ໂອກາດໃໝ່” ຕິດພັນກັບ Festival ເຫ້ວ 2025.
ໃນໂອກາດນີ້, ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ: ພິທີເປີດປີທ່ອງທ່ຽວແຫ່ງຊາດ – ເຫ້ວ 2025 ແມ່ນເຫດການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ທີ່ຈັດຂຶ້ນໃນຫລາຍແຂວງ ແລະ ນະຄອນໃນທົ່ວປະເທດ ເພື່ອປະກອບສ່ວນໂຄສະນາ, ຊຸກຍູ້, ຟື້ນຟູຂະແໜງທ່ອງທ່ຽວ ແລະ ການພັດທະນາ ຢ່າງວ່ອງໄວ, ຍືນຍົງ. “ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່, ເມື່ອການທ່ອງທ່ຽວບໍ່ແມ່ນການໄປຄົ້ນຫາຕົວຈິງເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ຂອງນ້ຳໃຈມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ອີກດ້ວຍ. ໃນອີກບໍ່ດົນນີ້, ຂະແໜງທ່ອງທ່ຽວ ຕ້ອງຊາບຊຶມການຊີ້ນຳ ຂອງນາຍົກລັດຖະມົນຕີ ກ່ຽວກັບການພັດທະນາຢ່າງຮອບດ້ານ, ວ່ອງໄວ ແລະ ຍືນຍົງ”.
ສໍາລັບປີທ່ອງທ່ຽວແຫ່ງຊາດ ຫວຽດນາມ 2025 ລວມມີ 160 ກິດຈະກຳສໍາຄັນລະດັບຊາດ ແລະ ສາກົນ. ເຫ້ວ ຫວັງວ່າຈະຕ້ອນຮັບນັກທ່ອງທ່ຽວ ປະມານ 5,5 ລ້ານເທື່ອຄົນ ໃນໂອກາດປີທ່ອງທ່ຽວແຫ່ງຊາດ 2025.
Cr: VOV World



