ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມ ແລະ ສິງກະໂປ ວາງສີລາລືກໂຄງການກໍ່ສ້າງ VSIP ໄທບິ່ງ

Mar 27, 2025

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ວັນທີ 26 ມີນານີ້, ຢູ່ສຳນັກງານລັດຖະບານຫວຽດນາມທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ລໍເຣັນສ ວອງ, ນາຍົກລັດຖະມົນຕີສິງກະໂປ ໄດ້ເຂົ້າຮ່ວມພິທີວາງສີລາລືກໂຄງການກໍ່ສ້າງເຂດອຸດສາຫະກຳ ຫວຽດນາມ – ສິງກະໂປ ໄທບິ່ງ (VSIP ໄທບິ່ງ).
ຂ່າວລະບຸວ່າ: ພາຍຫຼັງພິທີ, ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ: ສອງຝ່າຍໄດ້ເຫັນດີເປັນເອກະພາບ ຊຸກຍູ້ການກໍ່ສ້າງ VSIP ລຸ້ນໃໝ່ຕາມທິດຍືນຍົງ, ອັດສະລິຍະ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ ແລະ ໝູນໃຊ້ປັນຍາປະດິດ, ຍົກສູງຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງເຂດອຸດ ສາຫະກຳ. ໃນການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບເຂດອຸດສາຫະກຳນີ້ຂຶ້ນເປັນລຸ້ນທີ 2.
ສ່ວນ ທ່ານ ລໍເຣັນສ ວອງ ໃຫ້ຮູ້ວ່າ: ສອງຝ່າຍຈະພິຈາລະນາບັນດາວິທີການທີ່ແຕກຕ່າງກັນເພື່ອສ້າງ ແລະ ພັດທະນາເຂດ VSIP ທີ່ອັດສະລິຍະ, ຊຸກຍູ້ນະວັດຕະກຳ, ວິທະຍາສາດເຕັກໂນໂລຊີ, ປະຢັດຄ່າໃຊ້ຈ່າຍ, ມີປະສິດທິຜົນ, ດີຕໍ່ສິ່ງແວດລ້ອມ ແລະ ເປັນສີຂຽວກວ່າກັບບັນດາແຫຼ່ງພະລັງງານທົດແທນ ແລະ ໄຟຟ້າສະອາດ.
May be an image of 15 people, television, newsroom, dais and text