ຫວຽດນາມ ໂຮມຊຸມນຸມສະຫລອງວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ
ພິທີສະເຫລີມສະຫລອງ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ(07/05/1954-07/05/2024) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ເມືອງດຽນບຽນຟູ ແຂວງດຽນບຽນຟູ ສສ ຫວຽດນາມ ໃນວັນທີ 7 ພຶດສະພາ 2024 ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຟ້າມ ມິງຈິງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກ ສປປ ລາວ ນຳໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະຜູ້ແທນຂັ້ນສູງຈາກ ກຳປູເຈຍ ແລະ ການນໍາຈາກບັນດາປະເທດເພື່ອນມິດຫວຽດນາມ, ອະດີດການນໍາພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ນັກຮົບປະຕິວັດ, ພະນັກງງານອະວຸໂສບຳນານ, ບັນດາກົມ, ກະຊວງ, ອົງການຈັດຕັ້ງສູນກາງ, ແຂວງ, ນະຄອນ ແລະ ຜູ້ຕາງໜ້າຈາກແຂວງ ດຽນບຽນຟູ ຕະຫລອດຮອດປະຊາ ຊົນຫວຽດ ນາມ ເຂົ້າຮ່ວມ.

ສະຫາຍ ຟ້າມ ມິງຈິງ ໄດ້ກ່າວເປີດພິທີຢ່າງເປັນທາງການ ໂດຍໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການຕໍ່ສູ້ອັນພິລະອາດຫານຂອງນັກຮົບວິລະຊົນ ຫວຽດນາມ ໃນບັນຮົບດຽນບຽນຟູ ເຊິ່ງວັນໄຊສະນະດຽນບຽນຟູ ໄດ້ຢັ້ງຢືນເຖິງຄວາມກ້າຫານ, ຄວາມຊຳນິ ຊຳນານ, ການນຳພາອັນສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ນໍາໂດຍ ປະທານ ໂຮ່ຈີ່ມິນ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນຫຽດນາມ, ພ້ອມທັງ ສະແດງໃຫ້ເຫັນເຖິງຄວາມ ເຂັ້ມແຂງຂອງ ກອງທັບປະຊາຊົນຫວຽດນາມ ແລະ ກຳລັງແຮງແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ແລະ ການປະກອບສ່ວນຢ່າງຈິງໃຈຈາກ ສປ ຈີນ, ອະດີດສະຫະພາບໂຊຫວຽດ, ບັນດາປະເທດສັງຄົມນິຍົມ ແລະ ບັນດາປະເທດເພື່ອນມິດ ທີ່ຮັກຫອມສັນຕິພາບທົ່ວໂລກ, ພິເສດ ແມ່ນ ສປປ ລາວ ແລະ ກຳປູເຈຍ ທີ່ຄຽງບ່າຄຽງໄຫລ່ຕໍ່ສູ້ຈົນໄດ້ຮັບໄຊຊະນະ ເຊິ່ງໄຊຊະນະດຽນບຽນຟູ ໄດ້ທຳລາຍແຜນການ ນາວາ ຢ່າງສິ້ນເຊິງ, ເປັນໄຊຊະນະອັນໃຫຍ່ຫລວງຂອງນ້ຳໃຈສາມັກຄີ, ມິດຕະ ພາບຂອງ 3 ປະເທດອິນດູຈີນ ຫວຽດນາມ-ລາວ-ກຳປູເຈຍ ເຊິ່ງ ປະທານ ໂຮ່ຈີ່ມິນ ຢືນຢັນວ່າ: “ໄຊຊະນະດຽນບຽນຟູ ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມ”, ນັ້ນບໍ່ພຽງແຕ່ເປັນໄຊຊະນະອັນໃຫຍ່ຫລວງ ສຳລັບປະຊາຊົນຂອງພວກເຮົາ, ແຕ່ຍັງເປັນໄຊຊະ ນະທົ່ວໄປຂອງປະຊາຊົນທີ່ຖືກກົດຂີ່ຂົ່ມເຫັງທັງໝົດໃນໂລກ. ໄຊຊະນະດັ່ງກ່າວ, ຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງ ທີ່ໃສແຈ້ງ ໃຫ້ແກ່ບັນດາປະຊາຊາດທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນ ຢູ່ຫລາຍບ່ອນໃນທົ່ວໂລກ, ປະກອບ ສ່ວນອັນສົມ ກຽດເຂົ້າໃນພາລະກິດຕໍ່ສູ້ອັນຍິ່ງໃຫຍ່ຂອງມວນມະນຸດ ທີ່ກ້າວ ໜ້າເພື່ອສັນຕິພາບ, ເອກະ ລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ.
ໃນວັນທີ 7 ພຶດສະພາ 1954 ທຸງຊາດກອງທັບປະຊາຊົນຫວຽດນາມ ໄດ້ປິວສະບັດຂຶ້ນ ເໜືອຂຸມຄອງ ເປັນສັນຍາລັກສະແດງໃຫ້ເຫັນວ່າ ບັ້ນຮົບດຽນບຽນຟູ ໄດ້ສິ້ນສຸດລົງ ດ້ວຍໄຊຊະນະອັນສະຫງ່າງາມ ແລະ ເປັນໄຊຊະນະ ທີ່ສົ່ງສຽງກ້ອງກັງ ວານໄປທົ່ວ 5 ທະວີບ, ສັ່ນສະເທືອນໄປທົ່ວໂລກ, ໄດ້ຮັບການບັນທຶກໃນປະຫວັດສາດຂອງຊົນຊາດ ໃນສັດຕະວັດທີ 20, ມີຄວາມໝາຍອັນໃຫຍ່ຫລວງ ສຳລັບ ຊາວຫວຽດນາມ ແລະ ປະ ຊາຊົນ ທີ່ຮັກຫອມສັນຕິພາບໃນໂລກ ໄດ້ບັງຄັບໃຫ້ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ລົງນາມໃນສົນທິສັນຍາທີ່ນະຄອນເຈນີວາ ວ່າດ້ວຍການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ອິນດູຈີນ; ໄຊຊະນະດຽນບຽນຟູ ໄດ້ກາຍເປັນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ ໃນພາລະກິດສ້າງສາພັດ ທະນາປະເທດ ຊາດ ຊົ່ວກາລະນານ, ມານະຈິດຂອງດຽນບຽນຟູ ຍັງໃສແຈ້ງ, ຍັງເປັນກຳລັງແຮງປຸກລະດົມອັນຍິ່ງໃຫຍ່ ຂອງປະຊາຊົນຫວຽດ ນາມ ໃນພາລະກິດປ່ຽນ ແປງໃໝ່ ແນໃສ່ປະຕິບັດຈຸດໝາຍ “ປະ ຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ, ປະຊາທິປະໄຕ, ສີວິໄລ”. ພ້ອມນີ້, ໄຊຊະນະດຽນບຽນຟູ ບໍ່ພຽງ ແຕ່ແມ່ນໄຊຊະນະ ຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະ ນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳ ພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວ ກັນ ເພື່ອປົດ ປ່ອຍຕົນເອງ.

ໃນໂອກາດດຽວກັນ, ສະຫາຍ ຟ້າມ ມິງຈິງ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແລະ ລັດຖະບານ ປະດັບຫລຽນໄຊອິດສະຫລະ ຊັ້ນ 1 ໃຫ້ແກ່ ອົງຄະນະພັກ ອໍານາດການປົກຄອງ ແລະ ປະຊາຊົນ ດຽນບຽນຟູ ຕື່ມອີກ.
ຂ່າວ-ພາບ: ທະນູທອງ, ຂປລ






