ສາຍການບິນ ຫວຽດເຈັດ (Viet jet) ວາງເປົ້າໝາຍຮັບຜູ້ໂດຍສານເຖິງ 27 ລ້ານຄົນ ແລະ ຈ່າຍເງິນປັນຜົນ 25% ໃນປີ 2024 ແລະ ສ້າງລາຍຮັບການຄົມມະນາຄົມ-ຂົນສົ່ງທາງອາກາດຫຼາຍກວ່າ 701 ລ້ານໂດລາໃນໄຕມາດທີ 1.
ບໍລິສັດຫຸ້ນສ່ວນການບິນຫວຽດເຈັດ(Viet jet) (HoSE: VJC) ໄດ້ເປີດກອງປະຊຸມໃຫຍ່ຜູ້ຖືຫຸ້ນ (GMS) ປະຈຳປີ 2024 ແລະ ຮັບຮອງເອົາແຜນການດໍາເນີນທຸລະກິດປະຈໍາປີ 2024 ຂຶ້ນ ໃນວັນທີ 7 ພຶດສະພາ ນີ້ ທີ່ນະຄອນຫຼວງວຽງຈັນ. ໂດຍມີຈຸດປະສົງໃນການຮັກສາຄວາມເປັນສາຍການບິນຊັ້ນນຳພາຍໃນປະເທດ ແລະ ຂະຫຍາຍຕາໜ່າງການບິນສາກົນຕື່ມອີກ. Viet jet ຍັງໄດ້ລາຍງານຜົນການດຳເນີນທຸລະກິດທີ່ພົ້ນເດັ່ນໃນໄຕມາດທີ 1 ປະຈໍາປີ 2024, ເພື່ອປູທາງໄປສູ່ຄວາມສຳເລັດໃນປີຕໍ່ໆໄປ.
ຄາດໝາຍການເຕີບໂຕສູງໃນປີ 2024 GMS ຄາດຄະເນລາຍຮັບການຂົນສົ່ງທາງອາກາດ ແລະ ລາຍຮັບລວມໃຫ້ຫຼາຍກວ່າ 59 ພັນຕື້ດົງ (ປະມານ 2,32 ຕື້ໂດລາ) ແລະ 65,5 ພັນຕື້ດົງ (ປະມານ 2,57 ຕື້ໂດລາ) ຕາມລຳດັບ, ເພີ່ມຂຶ້ນ 10% ແລະ 12,4% ທຽບໃສ່ປີທີ່ຜ່ານມາຕາມລຳດັບ. ຄາດວ່າ Viet jet ຈະສາມາດໃຫ້ບໍລິການໄດ້ກວ່າ 142.000 ຖ້ຽວ ຮັບຜູ້ໂດຍສານໄດ້ຫຼາຍກວ່າ 27,4 ລ້ານຄົນ. ສະພາຜູ້ບໍລິຫານຂອງ Viet jet ຍັງອະນຸມັດແຜນການກະຈາຍຜົນກຳໄລປີ 2024 ໃນນັ້ນແມ່ນເງິນປັນຜົນ ແລະ ເງິນປັນຜົນລ່ວງໜ້າຈະຖືກຈ່າຍເປັນເງິນສົດ ແລະ ຫຸ້ນໃນອັດຕາສ່ວນສູງສຸດເຖິງ 25%. Viet jet ໃນຖານະຜູ້ນຳດ້ານການບິນໃນພາກພື້ນ ຈະຮັກສາສະຖຽນລະພາບຂອງຕະຫຼາດພາຍໃນປະເທດ ພ້ອມທັງເສີມຂະຫຍາຍເຄືອຂ່າຍການບິນໄປຍັງປະເທດຕ່າງໆຢູ່ອາຊີໃຕ້, ອາຊີກາງ, ອົສຕຣາລີ, ເອີຣົບ ແລະ ອື່ນໆ.
ໄຕມາດທີ 1 ປີ 2024: ຜົນງານທີ່ໂດດເດັ່ນ ແລະ ເປັນທ່າແຮງໃຫ້ຄວາມສຳເລັດຕະຫຼອດປີໃນໄຕມາດທຳອິດ ປີ 2024 ລາຍຮັບຈາກການຂົນສົ່ງທາງອາກາດຂອງ Viet jet ບັນລຸ 17,76 ພັນຕື້ດົງ (ປະມານ 701 ລ້ານໂດລາ) ໃນຂະນະທີ່ກຳໄລຫຼັງເສຍພາສີແມ່ນ 520 ຕື້ດົງ (ປະມານ 20,5 ລ້ານໂດລາ) ເພີ່ມຂຶ້ນ 38% ແລະ 209% ຈາກປີຜ່ານມາ. ລາຍຮັບລວມຂອງສາຍການບິນ ແລະ ກໍາໄລຫຼັງພາສີແມ່ນ 17,79 ພັນຕື້ດົງ (ປະມານ 702,4 ລ້ານໂດລາ) ແລະ 539 ຕື້ດົງ (ປະມານ 21,3 ລ້ານໂດລາ) ຕາມລໍາດັບ, ເພີ່ມຂຶ້ນ 38% ແລະ 212% ທຽບໃສ່ປີທີ່ຜ່ານມາຕາມລໍາດັບ.
ໃນໄລຍະ 3 ເດືອນໃນຕົ້ນປີ, Viet jet ໄດ້ດຳເນີນຖ້ຽວບິນເກືອບ 34.500 ຖ້ຽວ ຢ່າງປອດໄພ ດ້ວຍຜູ້ໂດຍສານ 6,3 ລ້ານຄົນ. ອັດຕາສ່ວນບັນທຸກຜູ້ໂດຍສານ ສະເລ່ຍຂອງສາຍການບິນບັນລຸ 87% ແລະ ຄວາມໜ້າເຊື່ອຖືດ້ານວິຊາການ ສູງເຖິງ 99,6%. ສືບຕໍ່ປະຕິບັດຍຸດທະສາດເພື່ອຜັນຂະຫຍາຍໄປສູ່ສາກົນ, ການຂົນສົ່ງຜູ້ໂດຍສານສາກົນຂອງ Viet jet ໃນໄຕມາດທຳອິດໄດ້ຮັບການເຕີບໂຕຫຼາຍກວ່າ 53% ແລະ 61% ເມື່ອທຽບໃສ່ປີທີ່ຜ່ານມາຕາມລຳດັບ.
ສາຍການບິນໄດ້ເປີດຕົວຖ້ຽວບິນທັງພາຍໃນ ແລະ ຕ່າງປະເທດໃໝ່ 15 ເສັ້ນທາງໃນໄລຍະເວລາ 3 ເດືອນ, ຍົກເສັ້ນທາງການບິນທັງໝົດຂຶ້ນເປັນ 140 ເສັ້ນທາງ. ໃນບັນດາສາຍການບິນສາກົນທີ່ໄດ້ເລີ່ມໃຫ້ບໍລິການແມ່ນ Phu Quoc – Taipei, Ho Chi Minh City – Chengdu/Xi’an ແລະ ນະຄອນຫຼວງວຽງຈັນ. ນອກນີ້, ຍັງມີ Hanoi-Hiroshima ແລະ Sydney/Melbourne. ໂດຍສະເພາະການຂະຫຍາຍເສັ້ນທາງໃໝ່ໃນປີນີ້ ທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ສປປ ລາວ ຫາ ນະຄອນໂຮ່ຈິມິນ ສສ ຫວຽດນາມ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວ ຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ. ມອບທາງເລືອກໃນລາຄາທີ່ເໝາະສົມທີ່ສຸດ ດ້ວຍການບໍລິການທີ່ທ່ານຕ້ອງປະທັບໃຈ. ເຮັດໃຫ້ທຸກໆຈຸດໝາຍປາຍທາງໃກ້ຊິດກັບນັກທ່ອງທ່ຽວ ດ້ວຍເສັ້ນທາງການບິນຂອງ Viet jet.
ມາຮອດວັນທີ 31 ມີນາ 2024, ມູນຄ່າຊັບສິນທັງໝົດຂອງ Viet jet ບັນລຸກວ່າ 85,82 ພັນຕື້ດົງ (ປະມານ 3,38 ຕື້ໂດລາ). ອັດຕາສ່ວນໜີ້ສິນຕໍ່ຫຸ້ນຂອງບໍລິສັດຢູ່ທີ່ 1.9 ໃນຂະນະທີ່ອັດຕາສ່ວນສະພາບຄ່ອງຢູ່ທີ່ 1.3 ຊຶ່ງທັງສອງແມ່ນຢູ່ໃນຂອບເຂດທີ່ດີຂອງອຸດສາຫະກໍາການບິນ.
Viet jet, ນອກເໜືອຈາກການເຊື່ອມຕໍ່ຫວຽດນາມ ກັບໂລກຜ່ານເຄືອຂ່າຍການບິນຂອງຕົນ, ຍັງໄດ້ນຳຕົນເອງເຂົ້າໃກ້ເວທີໂລກຜ່ານບັນດາໂຄງການຄົ້ນຄ້ວາ ແລະ ການລົງທຶນເຕັກໂນໂລຊີສາກົນອີກດ້ວຍ. ຊ່ອງທາງການຕິດຕໍ່: Big blue Agency Laos, Call: +85620 78911848 (Lath) Viet jet Ms. Kieu Duong (Amy)Email: kieuduong@vietjetair.com Cell: +84 932 775 066.
ຂ່າວ: ຕຸໄລເພັດ




