ວັນທີ 9 ມັງກອນ 2025 ທີ່ນະຄອນຫລວງວຽງຈັນ, ບໍລິສັດການບິນ ຫວຽດເຈັດ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ໄດ້ປະກາດສັນຍາການສະໜັບ ສະໜູນໃຫ້ຄໍາປຶກສາສໍາຫຼວດ, ສ້າງແຜນກໍານົດສັງລວມເຄືອຂ່າຍສະໜາມບິນ, ສະໜາມ ບິນຂອງລາວ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ພະນະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະ ທ່ານ ຟ້າມ ມິງ ຈິ໋ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມໃນໂອກາດກອງປະຊຸມຮ່ວມມືລົງທຶນ ລາວ- ຫວຽດ ນາມ.
ສັນຍາການສະໜັບສະໜູນດັ່ງກ່າວນອນຢູ່ໃນໂຄງການ “ຄົ້ນ ຄວ້າ, ວາງແຜນກໍານົດເຄືອຂ່າຍສະໜາມບິນ, ສະໜາມບິນລາວຮອດປີ 2030, ວິໄສທັດຮອດປີ 2050” ໂດຍກະຊວງໂຍທາ ທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ຮັບຜິດຊອບ, ໂດຍມີຈຸດປະສົງເພື່ອຍົກສູງຂີດຄວາມສາມາດທາງດ້ານໂຄງລ່າງການເດີນອາກາດ (ຂະແໜງການບິນ), ຮັບປະກັນການພັດທະນາຄົບຊຸດ, ທັນສະໄໝ ແລະ ຍືນຍົງຂອງລາວ. ພ້ອມກັນນັ້ນ ໂຄງການດັ່ງກ່າວຍັງສອດຄ່ອງກັບບັນດາເປົ້າໝາຍ ແລະ ກໍານົດທິດລວມທີ່ລັດຖະບານທັງສອງປະເທດໄດ້ເປັນເອກະພາບກັນໃນບົດບັນ ທຶກຊ່ວຍຈໍາວ່າດ້ວຍຍຸດທະສາດການຮ່ວມມືດ້ານການຄົມມະນາ ຄົມຂົນສົ່ງ ລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດ ນາມ ໃນໄລຍະ 2016-2025. ຄາດຄະເນວ່າໂຄງການຈະຈັດຕັ້ງປະຕິບັດພາຍໃນກໍານົດເວລາ 06 ເດືອນ.
ປີ 2023, ຫວຽດເຈັດ ໄດ້ເປີດນໍາໃຊ້ສູນບໍາລຸງຮັກສາເຮືອບິນທີ່ທັນສະໄໝຢູ່ລາວ, ໂດຍແມ່ນ ຫວຽດເຈັດ ແລະ ລັດວິສາຫະ ກິດການບິນລາວ (ລາວແອລາຍ) ສົມທົບກັນບໍລິຫານ. ຫຼັງຈາກ ນັ້ນ ສາຍການບິນຫວຽດເຈັດ ໄດ້ເປີດເສັ້ນທາງບິນກົງລະ ຫວ່າງ ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງວຽງຈັນ, ພ້ອມກັນນັ້ນ ໄດ້ຮ່ວມມືກັບລັດວິສາຫະກິດການບິນລາວເປີດເສັ້ນທາງບິນກົງ ວຽງຈັນ – ຮ່າໂນ້ຍ. ບໍ່ພຽງແຕ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ບັນດາທ້ອງຖິ່ນຂອງລາວກັບຫວຽດນາມ ເທົ່ານັ້ນ, ບັນດາເສັ້ນທາງບິນຂອງຫວຽດເຈັດ ຍັງຊ່ວຍໃຫ້ການໄປມາຫາສູ່ໄດ້ງ່າຍດາຍ ແລະ ສະດວກສະບາຍຍີ່ງຂຶ້ນ ດ້ວຍເຄືອຂ່າຍການບິນທີ່ກວມທົ່ວປະເທດ ຫວຽດນາມ ແລະ ຈຸດຕ່າງໆຢູ່ປະເທດ ອົສຕາລີ, ອິນເດຍ, ສ.ເກົາຫຼີ, ຍີ່ປຸ່ນ, ຈີນ, ອິນໂດເນເຊຍ, ໄທ, ສິງກະໂປ, ມາເລເຊຍ, ກາຊັກສະຖານ…
ປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດານັກລົງທຶນ, ຄູ່ຮ່ວມມືດ້ານການຄ້າທີ່ໃຫຍ່ທີ່ສຸດຂອງລາວ, ພິເສດໃນບັນດາຂົງເຂດການຄົມມະນາຄົມຂົນສົ່ງ, ການທ່ອງ ທ່ຽວ, ວິທະຍາ ສາດ – ເຕັກນິກ, ລວມທັງບັນດາໂຄງການໃໝ່ຂອງຫວຽດເຈັດ. ບໍລິ ສັດຍັງຈະສືບຕໍ່ຮ່ວມມືກັບກົມການບິນພົນລະເຮືອນຂອງລາວ ເພື່ອປະຕິບັດບັນດາໂຄງການການ ບິນພົນລະເຮືອນ, ເປີດກວ້າງການເຄື່ອນໄຫວຢູ່ລາວ ດ້ວຍການໃຫ້ຄໍາໝັ້ນສັນຍາວ່າຈະສ້າງວຽກເຮັດງານທໍາໃໝ່ໃຫ້ໄດ້ 2.500 ຕໍາແໜ່ງງານໃນຂະ ແໜງການບິນຂອງລາວ. ນອກຈາກນີ້, ສະຖາບັນການບິນ ຫວຽດເຈັດ ຈະຮັບພາລະບົດ ບາດໃນການສ້າງບຸກຄະລາກອນຕາມມາດຕະຖານສາກົນ, ໄປຄຽງຄູ່ກັບການສ້າງຕັ້ງສະຖານບໍາລຸງຮັກສາດ້ານເຕັກ ນິກ (MRO) ເອກະລາດຢູ່ລາວ ຕື່ມອີກ.






