ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫສນຍ ຈັດກອງປະຊຸມສຳມະນາວິທະຍາສາດບັນດາເນື້ອໃນຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຄັ້ງທີ VI

Sep 2, 2025

ໃນວັນທີ 01 ກັນຍາ 2025 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ເພື່ອລະດົມຄວາມຄິດເຫັນໃສ່ບັນດາຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ຫສນຍ; ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ປອ. ບົວຄົງ ນາມມະວົງ,ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ສະຫາຍ ວັນໄຊ ແພງຊຸມມາ, ກຳມະການສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຕິດຕາມ-ຊຸກຍູ້ ການກະກຽມດ້ານເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI;ມີສະຫາຍ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ,ຜູ້ຕາງໜ້າບັນດາອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ, ພ້ອມດ້ວຍ ຄະນະຮັບຜິດຊອບ ຕິດຕາມ-ຊຸກຍູ້ການກະກຽມດ້ານເນື້ອໃນ ຈາກຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ທີ່ມີຕຳແໜ່ງບໍລິຫານຂັ້ນຮອງຫົວໜ້າພະແນກຂຶ້ນໄປພາຍໃນ ຫສນຍ ເຂົ້າຮ່ວມ.

May be an image of 4 people, dais and text
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ເພື່ອເປັນການກະກຽມຄວາມພ້ອມ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ຫສນຍ ຄັ້ງທີ VI ເວົ້າລວມ, ເວົ້າສະເພາະ ແມ່ນການກະກຽມດ້ານເນື້ອໃນບັນດາຮ່າງເອກະສານກອງປະຊຸມໃຫຍ່ອົງຄະນະພັກ ຫສນຍ ໃຫ້ສອດຄ່ອງກັບໂຄງຮ່າງທີ່ກຳນົດໄວ້, ທັງເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສອດຄ່ອງກັບຕົວຈິງ ໂດຍສະເພາະ ການຕີລາຄາດ້ານດີ-ຜົນສຳເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນຖອດຖອນໄດ້ ໃນໄລຍະ 5 ປີຜ່ານມາ, ລວມທັງ ການກໍານົດທິດທາງແຜນການໃນ 5 ປີ ຕໍ່ໜ້າ ກໍ່ຄືການກຳນົດທິດທາງລວມ, ຄາດໝາຍສູ້ຊົນ, ການກຳນົດບັນດາວຽກງານຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດ, ແນໃສ່ເຮັດໃຫ້ຜົນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ຫສນຍໄດ້ຮັບການຈັດຕັ້ງປະຕິບັດສູ່ລ່ວງເລິກ, ມີປະສິດທິພາບ ແລະ ປະສິດທິຜົນສູງ, ປະກອບສ່ວນເຂົ້າໃນການປະຕິບັດທິດ ສ້າງຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ ໃຫ້ປະກົດຜົນເປັນຈິງ.
ໃນໂອກາດນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການນຳສະເໜີເອກະສານ ແລະ ເນື້ອໃນສຳຄັນ ຄື: ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V; ຮ່າງແຜນພັດທະນາວຽກງານວິຊາສະເພາະ ຂອງ ຫສນຍ ໄລຍະປີ 2026-2030; ຂໍ້ຕົກລົງ ສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີIX; ດໍາລັດ ສະບັບເລກທີ 547/ນຍ, ລົງວັນທີ 26 ສິງຫາ 2025 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ສະບັບປັບປຸງ ແລະ ປະກາດນຳໃຊ້ໃໝ່); ບົດຮຽນ ແລະ ປະສົບການ ໃນການຈັດຕັ້ງປະຕິບັດເນື້ອໃນຄຳຂວັນ ຂອງ ຫສນຍ: 1). ການເປັນເສນາທິການທີ່ດີ; 2). ການປະສານງານທີ່ດີ; ແລະ 3). ການບໍລິການຮັບໃຊ້ທີ່ດີ.ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານວິຊາສະເພາະ ຂອງ ຫສນຍ ແລະ ບັນດາຫົວຂໍ້ທີ່ໄດ້ນຳສະເໜີ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ.

May be an image of 2 people, table and lighting May be an image of 3 people, lighting, table and dais
ໃນຕອນທ້າຍ, ສະຫາຍເລຂາຄະນະບໍລິຫານງານພັກ ຫສນຍ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະຮັບຜິດຊອບ ກໍ່ຄືອະນຸກຳມະການເນື້ອໃນ ທີ່ກະກຽມບັນດາຫົວຂໍ້ ແລະ ເນື້ອໃນ ມານຳສະເໜີຕໍ່ກອງປະຊຸມ, ພ້ອມທັງ ເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະຮັບຜິດຊອບນຳເອົາຄຳຄິດເຫັນຂອງບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄປຄົ້ນຄວ້າ, ວິເຄາະ, ວິໄຈ ປັບປຸງໃສ່ຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາວຽກງານວິຊາສະເພາະ ໃຫ້ມີເນື້ອໃນຄົບຖ້ວນສົມບູນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ບັນຫາທີ່ມີລັກສະນະແລກປ່ຽນ ແມ່ນໃຫ້ນຳໄປພິຈາລະນາໜູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຂອງ ຫສນຍ; ໃຫ້ກວດກາຄືນກ່ຽວກັບການສະຫຼຸບຕີລາຄາມະຕິກອງປະຊຸມໃຫຍ່ ຄັ້ງທີ Vຂອງອົງຄະນະພັກ ຫສນຍ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIຂອງສູນກາງພັກ; ສຳລັບຮ່າງພັດທະນາວິຊາສະເພາະ ແມ່ນໃຫ້ມີການກຳນົດກິດຈະກຳ, ແຜນງານ-ໂຄງການ ແລະ ມີຕົວຊີ້ວັດໃນການຈັດຕັ້ງປະຕິບັດ ຄັກແນ່; ການເປັນເສນາທິການທີ່ດີ ຕ້ອງກຳແໜ້ນແນວທາງນະໂຍບາຍ, ລະບຽບກົດໝາຍ,ທັງມີການຄົ້ນຄວ້າບັນຫາຕ່າງໆ ຢ່າງລະອຽດ, ເລິກເຊິ່ງ, ຮອບດ້ານ, ຫຼີກຫຼ່່ຽງແນວຄິດມັກງ່າຍ-ຖືເບົາ; ສືບຕໍ່ສູ້ຊົນກະກຽມເນື້ອໃນ ກໍ່ຄືຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ຫສນຍ ຄັ້ງທີVIໃຫ້ສຳເລັດທັນຕາມກຳນົດເວລາ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ຢ່າງແທ້ຈິງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.