ຫສນຍ ຈັດພິທີບາສີສູ່ຂວັນ ແລະ ອວຍພອນເຊິ່ງກັນ ແລະ ກັນໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ

ໃນວັນທີ 11 ເມສາ 2024 ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ (ຫສນຍ) ໄດ້ຈັດພິທີບາສີສູ່ຂວັນ ອວຍພອນເຊິ່ງກັນ ແລະ ກັນ ໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2567 ເຊິ່ງນໍາໂດຍທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີພັນລະຍາການນຳຂັ້ນສູງ, ລັດ ຖະມົນຕີປະຈຳ ສນຍ, ບັນດາທ່ານຄະນະນຳ, ພະນັກງານ-ລັດຖະ ກອນ ແລະ ພະນັກງານບຳນານ ທີ່ຂຶ້ນກັບ ຫສນຍ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ຈຸດປະສົງຂອງການຈັດພິທີ ເພື່ອອານຸລັກຮັກສາ ແລະ ເສີມ ຂະຫຍາຍວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງຄົນລາວ; ເພື່ອເປັນການເຕົ້າໂຮມຄວາມສາມັກຄີ, ສ້າງຄວາມໃກ້ຊິດເຊິ່ງກັນ ແລະ ກັນ, ທັງຊົມເຊີຍຜົນສຳເລັດຂອງພະນັກງານທຸກ ຄົນ ຂອງຫສນຍ ທີ່ໄດ້ມາຈາກໝາກຜົນແຫ່ງຄວາມສາມັກຄີ, ບຸກບືນ ພະຍາຍາມ ເຮັດສຳເລັດໜ້າທີ່ອັນໜັກໜ່ວງ ແຕ່ມີກຽດສະຫງ່າ ໃນໄລຍະທີ່ຜ່ານມາ.
ກິດຈະກຳພາຍໃນງານ ແມ່ນໄດ້ບາສີສູ່ຂວັນ, ສົມມາ ແລະ ອວຍພອນແດ່ການນຳຂັ້ນສູງ, ພະນັກງານອາວຸໂສບຳນານ. ພ້ອມນັ້ນ ຜູ້ເຂົ້າຮ່ວມກໍ່ໄດ້ອວຍພອນ ເຊິ່ງກັນ ແລະ ກັນ ເຮັດໃຫ້ບັນຍາ ກາດ ເຕັມໄປດ້ວຍຄວາມສາມັກຄີຮັກແພງ, ສະໜິດສະໜົມ ແລະ ເບີກບານມ່ວນຊື່ນ ເປັນຢ່າງດີ.
ກາບກອນອວຍພອນຄະນະນຳ-ພະນັກງານ ຫສນຍ
ໂອກາດ ປີໃໝ່ໄດ້ ດັ້ນດຸ່ງເດີນມາ
ພສ ສອງພັນຫ້າຮ້ອຍ ຫົກສິບເຈັດ ຂວບມາປີນີ້
ນາງສັງຂານຂີ່ນົກຍຸງຄຳຜ້າຍ ສະບາຍດີປີງູໃຫຍ່
ມະໂລງ ໄຂເບີກຟ້າ ປະຊາໄດ້ພັດທະນາ
ນັບວ່າບຸນສົ່ງຍູ້ ຊູຊ່ວຍເສີມສະຕາ
ອາວຸໂສບຳນານ ຈຶ່ງໄດ້ມາອວຍພອນ ທ່ານຜູ້ນຳຫຼາຍຂັ້ນ
ລວມເຖິງບັນດາຊັ້ນ ບໍລິຫານທຸກປະເພດ
ພະນັກງານທຸກຖ້ວນໜ້າ ອາວຸໂສບຳນານ ປະສົງຍໍຍື່ນຕ້ອນ
ພອນໃຫ້ແກ່ທຸກຄົນ ກ່ອນແລ້ວ
ສິບນີ້ວນົບນອບນ້ອມ ໃຫ້ຄຸນຄ່າການນຳພາ
ຂໍເທີດທູນບູຊາ ທ່ານຜູ້ນຳທັງຄ້າຍ
ຂໍທ່ານທູນຮັບໄວ້ ພອນໄຊທີ່ຮຽມກ່າວ
ຂໍຈົ່ງພາທົ່ວດ້າວ ລາວໄດ້ຮຸ່ງຈະເລີນ ນັ້ນທ້ອນ
ສນຍ ນັ້ນ ຄືຜູ້ສ້າງ ເສີມສົ່ງບາລະມີ
ສານຕໍ່ຕາມແນວທາງ ສູ່ຈຸດໝາຍພັກວາງໄວ້
ເປັນຂົວຄຳນຳພາຂ້າມ ທານນະທີສະໝຸດໃຫຍ່
ເປັນແສງໄຟຮຸ່ງໃຕ້ ເຍືອງໃຫ້ດຸ່ງເດີນ ແທ້ແລ້ວ
ສນຍ ເປັນຜູ້ແນສັ່ງຊີ້ ມີຄຸນຄ່າສ້າງສັງຄົມ
ທຳຢ່າງສົມສັກສີ ທີ່ປາຖະໜາສ້າງ
ຮູ້ຈັກວາງໄລເວັນ ແນວບໍ່ດີທີ່ດ້ອຍຄ່າ
ພາປະຊາໄຕ່ເຕົ້າ ເດີນກ້າວຮ່ວມສະໄໝ ນັ້ນແລ້ວ
ໂອກາດແສນປະເສີດນີ້ ຊິຂໍສົ່ງພອນໄຊ
ໃຫ້ແກ່ອົງການນຳ ທຸກສໍ່າສໍາລານສ້າງ
ເປັນຮົ່ມໂພໄຊກັ້ງ ບັງພົນຕູ້ມໄຜ່
ຊື່ສຽງລືເລື່ອງກ້ອງ ນຳພາຊາວພີ່ນ້ອງ
ຄອງຢັ້ງຢູ່ສະຖຽນ ນັ້ນທ້ອນ
ແຕ່ງໂດຍ: ປທ ຈັນດີ ປັນແກ້ວ






