ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫສນຍ ຈັດພິທີປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ

Feb 10, 2026

ໃນຕອນເຊົ້າວັນທີ 9 ກຸມພາ 2026 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປະກາດການນຳຂັ້ນສູງ ອອກພັກການ-ນັບອຸດໜູນບຳນານ ໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ, ບັນດາທ່ານ ລັດຖະມົນຕີ ປະຈຳສຳນັກງານາຍົກລັດຖະມົນຕີ, ບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ບັນດາທ່ານ ຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າຫໍປະຊຸມແຫ່ງຊາດ, ຕາງໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ຄື: ທ່ານ ຄຳເຈນ ວົງໂພສີ, ກຳມະການສູນກາງພັກ, ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ ອອກພັກການ-ຮັບອຸດໝູນບຳນານ. ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມອບບັນດານິຕິກຳດັ່ງກ່າວ ໃຫ້ແກ່ທ່ານ ຄຳເຈນ ວົງໂພສີ.
May be an image of dais and text May be an image of text
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານ ການປະກອບສ່ວນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ການປະຕິບັດໜ້າທີ່ ທີ່ຖືກມອບໝາຍ ຂອງທ່ານ ຄຳເຈນ ວົງໂພສີ ໃນໄລຍະຜ່ານມາ ເຊິ່ງໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ພ້ອມກັບໝູ່ຄະນະ ເຮັດໃຫ້ວຽກງານທີ່ຖືກມອບໝາຍ ໃນແຕ່ລະໄລຍະ ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້. ພ້ອມທັງ ເຊື່ອໝັ້ນວ່າ ເມື່ອໄດ້ຮັບນະໂຍບາຍອອກພັກການ-ຮັບອຸດໜູນບຳນານແລ້ວ, ຍັງຈະສືບຕໍ່ປະກອບສ່ວນຊ່ວຍພັກ-ລັດ ດ້ວຍຮູບການຕ່າງໆ ຕາມຄວາມສາມາດຕົວຈິງ ຕື່ມອີກ. ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມີຄໍາເຫັນເນັ້ນໜັກ ຕໍ່ຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ຕື່ມບາງດ້ານ ເປັນຕົ້ນ ໃຫ້ພ້ອມກັນຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ສູງຂຶ້ນກວ່າເກົ່າ; ໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍຕ່າງໆຂອງພວກສັດຕູ ກໍ່ຄືກຸ່ມຄົນບໍ່ດີ; ສືບຕໍ່ເອົາໃຈໃສ່ການເປັນເສນາທິການຄົ້ນຄວ້າວຽກງານຕ່າງໆ ໃຫ້ທັນການ, ຖືກກັບຄວາມເປັນຈິງ, ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ນະໂຍບາຍຕ່າງໆ; ການບໍລິຫານຈັດການ ຕ້ອງຊັດເຈນ, ວ່ອງໄວ ແລະ ທັນການ; ພະນັກງານທຸກຄົນ ຕ້ອງມີນໍ້າໃຈຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ, ມີຄວາມຊື່ສັດບໍລິສຸດ, ກ້າຫານ ແລະ ກົງໄປກົງມາ ຕໍ່ຄໍາເຫັນທີ່ສະເໜີຕໍ່ຂັ້ນເທິງ, ທັງຮັບປະກັນ ຕໍ່ການຮັກສາຄວາມລັບ; ປະຕິບັດຫຼັກການເຮັດວຽກລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ ແລະ ມອບບຸກຄົນຮັບຜິດຊອບ ໃຫ້ຈະແຈ້ງ; ຕ້ອງມີຄວາມສາມັກຄີຮັກແພງ ເປັນຈິດໜຶ່ງໃຈດຽວກັນ, ມີຄວາມຢ່າງຈິງໃຈ ກ້າຕໍານິຕິຊົມເຊິ່ງກັນ ແລະ ກັນ; ຕ້ອງຖືເອົາການນໍາພາການເມືອງແນວຄິດ ເປັນບັນຫາສໍາຄັນ ຕິດພັນກັບການເອົາໃຈໃສ່ຄົ້ນຄວ້າ ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ-ລັດ ວາງອອກ ໃຫ້ເລິກເຊິ່ງ, ມີຄວາມເປັນເອກະພາບ; ການນໍາພາ-ຊີ້ນຳ ການບໍລິຫານ-ຄຸ້ມຄອງລັດ ຕ້ອງຜ່ານລະບົບປະຕູດຽວ ແຕ່ສູນກາງລົງຮອດທ້ອງຖິ່ນ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ການກໍ່ສ້າງບຸກຄາລະກອນ ໃຫ້ຈະແຈ້ງ ແລະ ສອດຄ່ອງກັບໜ້າວຽກຕົວຈິງ ໃນແຕ່ລະໄລຍະ, ທັງຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ-ລັດຖະກອນ ດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ຕາມທິດກໍ່ສ້າງພະນັກງານສືບທອດປ່ຽນແທນ ແຕ່ລະໄລຍະ; ສືບຕໍ່ສັບຊ້ອນຈັດວາງ ພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ແທດເໝາະກັບຄວາມຮູ້ຄວາມສາມາດ ດ້ານວິຊາສະເພາະ, ຜູ້ໜຶ່ງຕ້ອງເຮັດໄດ້ຫຼາຍວຽກ; ພ້ອມກັນສືບຕໍ່ປະຕິບັດໜ້າທີ່ການເມືອງ ທີ່ຖືກມອບໝາຍ ໃຫ້ມີຜົນງານໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ.
May be an image of dais and text