ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫສນຍ ຈັດພິທີປາຖະກະຖາ ກ່ຽວກັບມູນເຊື້ອວັນສ້າງຕັ້ງກອງທັບ ແລະ ວັນຊາດ ສາທາລະນະລັດກູບາ

Feb 5, 2026

ໃນຕອນເຊົ້າວັນທີ 4 ກຸມພາ 2026 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026) ແລະ ວັນຊາດສາທາລະນະລັດກູບາ ຄົບຮອບ 67 ປີ (1 ມັງກອນ 1959 – 1 ມັງກອນ 2026) ໂດຍໃຫ້ກຽດປາຖະກະຖາ ຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ; ມີທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ບັນດາທ່ານ ຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າຫໍປະຊຸມແຫ່ງຊາດ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.
May be an image of text
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນ ມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ, ຜົນງານ ແລະ ໄຊຊະນະ ຂອງກອງທັບປະຊາຊົນລາວ ໃນແຕ່ລະໄລຍະ; ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ ໂດຍສະເພາະ ທາດແທ້ຂອງຊົນຊັ້ນກຳມະກອນ, ທາດແທ້ປະຕິວັດ, ທາດແທ້ປະຊາຊົນ; ມູນເຊື້ອ ຄວາມຈົງຮັກພັກດີ ຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ, ມູນເຊື້ອ ນໍ້າໃຈຕໍ່ສູ້ພິລະອາດຫານ, ກ້າແກ່ນ, ໜຽວແໜ້ນ ແລະ ມີໄຫວພິບ, ມູນເຊື້ອ ດຸໝັ່ນຂະຫຍັນພຽນ ອອກແຮງງານເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດ, ມູນເຊື້ອ ຍຶດໝັ້ນການພົວພັນສາມັກຄີ ແບບກາຍອິນຊີອັນແໜ້ນແຟ້ນ ກັບປະຊາຊົນບັນດາເຜົ່າ, ມູນເຊື້ອ ການພົວພັນຮ່ວມມືພາຍໃນ ແລະ ສາກົນ ຢ່າງກົມກຽວ ບົນພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ມູນເຊື້ອ ມີປະຊາທິປະໄຕ ແລະ ມີລະບຽບວິໄນ ຢ່າງເຂັ້ມງວດ ເຊິ່ງຕະຫຼອດໄລຍະ 77 ປີຜ່ານມາ, ຍາມໃດ ກອງທັບກໍຖືເອົາປະຊາຊົນເປັນກົກ, ເປັນເຫງົ້າພະລັງແຮງ ແລະ ເປັນບ່ອນອີງອັນແໜ້ນແກ່ນຂອງຕົນ ບົນພື້ນຖານການເພີ່ມທະວີກ້ອນກໍາລັງສາມັກຄີ ຂອງປະຊາຊົນບັນດາເຜົ່າ, ຄວາມເປັນເອກະພາບໃນລະດັບສູງທາງດ້ານການເມືອງ-ແນວຄິດ ລະຫວ່າງ ປະຊາຊົນກັບກອງທັບ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກຫອມຕອມຕຸ້ມ ແລະ ການປະກອບສ່ວນຊ່ວຍເຫຼືອຢ່າງຈິງໃຈ ຂອງປະຊາຊົນລາວບັນດາເຜົ່າຕໍ່ກອງທັບ. ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມດັ່ງກ່າວ, ໃນຕໍ່ໜ້າ ກອງທັບປະຊາຊົນເຮົາ ຕ້ອງຕັ້ງໜ້າປະຕິບັດບັນດາໜ້າທີ່ອັນກ້າຫານ, ເດັດດ່ຽວ ແລະ ມີກຽດສະຫງ່າງາມ ດ້ວຍຄວາມໜັກແໜ້ນເຂັ້ມແຂງ ໃຫ້ສົມກັບເປັນກອງທັບຂອງປະຊາຊົນຢ່າງແທ້ຈິງ; ນາຍ ແລະ ພົນທະຫານ ຕ້ອງໄດ້ອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ, ຂອງກອງທັບ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດເປັນກໍາລັງຫຼັກແຫຼ່ງແກ່ນສານ ໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ກ້າວຂຶ້ນຍາດເອົາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃຫ້ສົມກັບຄໍາສັ່ງສອນຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ເວລາໃດກອງທັບກໍນຳໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນ ຜ່ານຜ່າອຸປະສັກ, ສຳເລັດທຸກໜ້າທີ່, ຕີເອົາຊະນະສັດຕູທຸກໂຕ, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນຄົມແຫຼມຂອງພັກ”.
May be an image of dais and text
ຫຼັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ສືບຕໍ່ໃຫ້ກຽດປາຖະກະຖາ ກ່ຽວກັບມູນເຊື້ອວັນຊາດສາທາລະນະລັດກູບາ ໂດຍໄດ້ຍົກໃຫ້ເຫັນຄວາມເປັນມາ, ສະພາບຈຸດພິເສດ, ມູນເຊື້ອ, ບັນດາເຫດການສໍາຄັນທາງປະຫວັດສາດ, ຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຄົມ ຂອງສາທາລະນະລັດກູບາ, ຕະຫຼອດຮອດ ມູນເຊື້ອການພົວພັນຮ່ວມມືອັນດີງາມ ລະຫວ່າງ ສອງພັກ-ລັດ ແລະ ປະຊາຊົນ ສອງຊາດ ລາວ-ກູບາ ໃນໄລຍະທີ່ຜ່ານມາ.
ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຫສນຍ ເອົາໃຈໃສ່ບາງດ້ານ ເປັນຕົ້ນ ພ້ອມກັນຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ສູ່ຂົງເຂດວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ແທດເໝາະ ແລະ ເກີດດອກອອກຜົນຕົວຈິງ; ສືບຕໍ່ຄົ້ນຄວ້າຮໍ່າຮຽນເອົາແບບຢ່າງ ແລະ ມູນເຊື້ອອັນດີງາມ ຂອງກອງທັບປະຊາຊົນລາວ ມາໝູນໃຊ້ເຂົ້າໃນການດຳລົງຊີວິດ ແລະ ປະຕິບັດວຽກງານຂອງຕົນ ໃຫ້ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນ ຢ່າງແທ້ຈິງ.