ໃນຕອນເຊົ້າວັນທີ 05 ສິງຫາ 2026 ນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20/7/1955-20/7/2026) ໂດຍມີ ສະຫາຍ ປອ. ເຂິງຄຳ ແກ້ວໜູຈັນ, ຮອງເລຂາຄະນະບໍລິຫານງານພັກ ຫສນຍ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ສະຫາຍ ນາງ ທຳມາ ເພັດວິໄຊ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີບັນດາສະຫາຍ ເລຂາໜ່ວຍພັກຮາກຖານ, ຜູ້ຕາງໜ້າຄະນະໜ່ວຍພັກຮາກຖານ, ຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພັນລະຍາການນຳຂັ້ນສູງ, ພະນັກງານອາວຸໂສບຳນານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງ ພາຍໃນ ຫສນຍ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດບັນຍາຍຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ກໍຄື ມູນເຊື້ອອັນດີງາມ, ມູນເຊື້ອພິລະອາດຫານ ແລະ ຜົນງານ ການປະກອບສ່ວນອັນໃຫຍ່ຫຼວງຂອງແມ່ຍິງລາວ ໃນພາລະກິດຕໍ່ສູ້ກູ້ຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 71 ປີ ຜ່ານມາ ໂດຍສະເພາະ ການກໍາເນີດ ແລະ ການຂະຫຍາຍ ຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ; ສັງລວມຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງ ແຕ່ລະໄລຍະ ເປັນຕົ້ນ: ການປະກອບສ່ວນຂອງແມ່ຍິງ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ໃນໄລຍະ 1955-1975; ຜົນງານພົ້ນເດັ່ນຂອງສະຫະພັນແມ່ຍິງ ໃນໄລຍະ ປີ 1976-2015 ແລະ ໃນໄລຍະປີ 2016-2026; ຊຶ່ງໃນແຕ່ລະໄລຍະ ໄດ້ຖືສໍາຄັນຕໍ່ການສຶກສາອົບຮົມການເມືອງແນວຄິດ, ປັບປຸງການຈັດຕັ້ງ, ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກຂອງສະຫະພັນແມ່ຍິງແຕ່ລະຂັ້ນ; ຕັ້ງໜ້າສຶກສາຮໍ່າຮຽນ ແລະ ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ເຂົ້າສູ່ລວງເລິກກ່ຽວກັບວຽກງານແມ່ຍິງ; ໂຄສະນາເຜີຍແຜ່ ແລະ ເສີມຂະຫຍາຍ 5 ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ.
ສັງລວມແລ້ວ, ສະຫະພັນແມ່ຍິງລາວ ໄດ້ກາຍເປັນກຳລັງແຮງທີ່ສຳຄັນ, ເປັນຜູ້ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ທັງເປັນຜູ້ຊຸກຍູ້ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນທຸກຂົງເຂດວຽກງານ ໃຫ້ມີຄຸນນະພາບ, ພ້ອມທັງ ຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.
ໃນໂອກາດນີ້, ກອງປະຊຸມ ໄດ້ຮັບຟັງການລາຍງານສະຫຼຸບການການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ 2021-2025 ຂອງອົງການຈັດຕັ້ງສະຫະພັນແມ່ຍິງ ຫສນຍ ແລະ ແຜນການແຂ່ງຂັນປີ 2026-2030 ເຫັນວ່າ ເອື້ອຍນ້ອງແມ່ຍິງທົ່ວ ຫສນຍ ສາມາດຮັກສາໄດ້ມູນເຊື້ອອັນດີງາມຂອງແມ່ຍິງລາວເປັນຢ່າງດີ ໂດຍສະເພາະ ມູນເຊື້ອດຸໝັ່ນ, ອົດທົນ, ມີນໍ້າໃຈເອື້ອເຟື້ອເພື່ອແຜ່, ມີຄວາມເສຍສະຫຼະ, ມີຄວາມຮັບຜິດຊອບ, ມີຄວາມສາມັກຄີ, ມີຄວາມຈິງໃຈ ຕຳນິສົ່ງຂ່າວ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ທັງສາມາດຮັກສາໄດ້ ຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄື ຂອງແມ່ ຍິງລາວບັນດາເຜົ່າ; ເປັນເຈົ້າການປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ພາລະບົດບາດ ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດເປັນຢ່າງດີ ໂດຍສະເພາະ ການປະຕິບັດຄຳຂວັນ 3 ດີ ຂອງ ຫສນຍ (ເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ); ເອົາໃຈໃສ່ພັດທະນາຕົນເອງດ້ານຄວາມຮູ້ຄວາມສາມາດ ໃຫ້ນັບມື້ສູງຂຶ້ນເປັນກ້າວໆ. ພ້ອມດຽວກັນນີ້, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສາມາດເລືອກໄດ້ ກົມກອງ 3 ດີ ປະເພດ I ຈໍານວນ 8 ໜ່ວຍ; ສະມາຊິກສະຫະພັນແມ່ຍິງ 3 ດີ ປະເພດ I ຈໍານວນ 122 ສະຫາຍ; ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ແກ່ສະມາຊິກແມ່ຍິງທີ່ມີຜົນງານພົ້ນເດັ່ນ ແລະ ປະກາດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ຫສນຍ ປະຈໍາປີ 2026 ຕື່ມອີກ.

ໃນຕອນທ້າຍ, ສະຫາຍ ເຂິງຄຳ ແກ້ວໜູຈັນ ກໍໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສະຫະພັນແມ່ຍິງລາວ ກໍຄື ສະຫະພັນແມ່ຍິງ ຫສນຍ ທີ່ມີຜົນງານພົ້ນເດັ່ນ, ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ຫສນຍ, ສະຫະພັນແມ່ຍິງໄດ້ມີບົດບາດສໍາຄັນໃນການປະຕິບັດພາລະໜ້າທີ່ການເມືອງ, ການຄຸ້ມຄອງ, ການຄົ້ນຄວ້າ, ການປະສານງານ ພັດທະນາຕົນເອງທັງດ້ານຄວາມຮູ້, ຄວາມສາມາດ ແລະ ຈັນຍາບັນ ຈົນສາມາດຮັບຜິດຊອບຕໍາ ແໜ່ງສໍາຄັນ ແລະ ປະກອບສ່ວນເຂົ້າໃນທຸກຂະບວນການຢ່າງຕັ້ງໜ້າ. ຄຽງຄູ່ກັບການພັດທະນາດ້ານວິຊາສະເພາະ, ສະຫາຍ ໄດ້ສະເໜີໃຫ້ສະມາຊິກແມ່ຍິງ ຫສນຍ ທຸກທ່ານ ຈົ່ງສືບຕໍ່ຮັກສາຄຸນຄ່າອັນດີງາມຂອງແມ່ຍິງລາວ, ຮັກຊາດ, ຮັກປະຊາຊົນ, ມີວິໄນ, ມີຈັນຍາບັນ, ມີຄວາມສາມັກຄີ, ກ້າຄິດ, ກ້າເຮັດກ້າຮັບຜິດຊອບ ແລະ ກ້າປະດິດສ້າງ ເພື່ອປະກອບສ່ວນໃຫ້ການພັດທະນາປະເທດຊາດໃຫ້ມີຄຸນນະພາບ ແລະ ຍືນຍົງ; ຍົກສູງຄຸນນະພາບການສຶກສາອົບຮົມການເມືອງ-ແນວຄິດ; ພັດທະນາພາສາຕ່າງປະເທດ; ສົ່ງເສີມການນໍາໃຊ້ເຕັກໂນໂລຊີດິຈິຕອນໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ມີປະສິດທິຜົນ; ເປັນແບບຢ່າງດ້ານຄວາມສາມັກຄີ, ຊື່ສັດສຸດຈະລິດ; ສ້າງແມ່ຍິງຮຸ່ນໃໝ່ໃຫ້ເປັນຜູ້ນໍາ ເປັນກໍາລັງຫຼັກໃນການປະຕິຮູບການບໍລິຫານລັດ ແລະ ການພັດທະນາປະເທດຢ່າງຍືນຍົງ ພ້ອມທັງ ຮຽກຮ້ອງໃຫ້ທຸກພາກສ່ວນ ສືບຕໍ່ເອົາໃຈໃສ່ຕໍ່ການສ້າງໂອກາດໃຫ້ແມ່ຍິງໄດ້ສະແດງຄວາມສາມາດ, ສົ່ງເສີມການພັດທະນາຜູ້ນໍາແມ່ຍິງຮຸ່ນໃໝ່, ສ້າງສະພາບແວດລ້ອມການເຮັດວຽກທີ່ເທົ່າທຽມ, ໂປ່ງໃສ ແລະ ເປັນທໍາ.
ໂດຍຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີນີ້, ສະຫະພັນແມ່ຍິງ ຫສນຍ ຍັງໄດ້ຈັດກິດຈະກໍາ ສັກວັກຊີນກັນໄຂ້ຫວັດໃຫຍ່ ແລະ ກວດວັດແທກສາຍຕາ ໃຫ້ແກ່ພະນັກງານ-ລັດຖະກອນ ຫສນຍ ເຊິ່ງໄດ້ຮັບຜົນສໍາເລັດເປັນຢ່າງດີ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ, ຫສນຍ


