ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫສນຍ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ

Dec 24, 2024

ຫສນຍ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ສ້າງຂະບວນແຂ່ງຂັນກິ ລາບານເຕະຊາຍ ແລະ ແຂ່ງຂັນຮ້ອງເພງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກ ຫສນຍ ໃນວັນທີ 21 ທັນວາ 2024 ທີ່ເດີ່ນກິລາສະຫະພັນບານເຕະແຫ່ງຊາດ (ຫ້ວຍຫົງ) ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີສະຫາຍ ຄໍາລາວັນ ຈັນທະລາວັນ ຮອງເລຂາຄະນະພັກ, ປະທານອົງການກາແດງແຫ່ງຊາດລາວ, ບັນດາສະຫາຍຄະນະພັກ-ຄະນະນຳ, ພະນັກງານຫລັກແຫລ່ງ ແລະ ລັດຖະກອນ ທົ່ວ ຫສນຍ, ກອງຮ້ອຍປ້ອງ ກັນ ຫສນຍ ແລະ ອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມ.
ສຳລັບການແຂ່ງຂັນກິລາບານເຕະ, ໄດ້ຈັດແບ່ງເປັນ 4 ທີມປະສົມ ຈາກບັນດາກົມ ພາຍໃນ ຫສນຍ ຄື: ທີມ ກົມປະຊາສຳພັນ+ກົມບໍລິຫານ, ພິທີການ ແລະ ການເງິນ+ກົມນິຕິກຳ+ຫໍປະຊຸມແຫ່ງຊາດ; ທີມ ກົມຈັດຕັ້ງ ແລະ ພະນັກງານ+ກົມຄົ້ນຄວ້າ ແລະ ສັງລວມ + ກົມກວດກາ + ກົມເລຂາ; ທີມກອງຮ້ອຍປ້ອງກັນ ຫສນຍ ແລະ ທີມອົງການກາແດງແຫ່ງຊາດລາວ ເຊິ່ງການແຂ່ງຂັນ ແມ່ນດໍາເນີນດ້ວຍບັນ ຍາກາດຟົດຟື້ນ, ມ່ວນຊື່ນ ແລະ ມິດຕະ ພາບ, ສ່ອງແສງໄດ້ນໍ້າໃຈນັກກິລາ, ຄວາມສາມັກຄີຮັກແພງ ຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງແທ້ຈິງ. ສຳລັບ ຜົນການແຂ່ງ ຂັນ ທີມຊະນະເລີດ ແມ່ນທີມອົງການກາແດງແຫ່ງຊາດລາວ , ອັນດັບສອງ ແມ່ນກອງຮ້ອຍປ້ອງກັນ ຫສນຍ ແລະ ອັນດັບສາມຮ່ວມ ມີ 2 ທີມ ເຊິ່ງເປັນທີມປະສົມຂອງບັນດາກົມພາຍໃນ ຫສນຍ.
ສ່ວນການແຂ່ງຂັນຮ້ອງເພງ ມີຜູ້ເຂົ້າຮ່ວມແຂ່ງຂັນ ທັງໝົດ 10 ທ່ານ ເຊິ່ງເປັນຕົວແທນຈາກບັນດາກົມ, ຫໍປະຊຸມແຫ່ງຊາດ, ກອງຮ້ອຍປ້ອງກັນ ຫສນຍ ແລະ ອົງ ການການກາແດງແຫ່ງຊາດລາວ. ຜ່ານການແຂ່ງຂັນ ແລະ ການໃຫ້ຄະແນນຂອງຄະນະກໍາມະການ ຈັດການແຂ່ງຂັນສາມາດ ປະກາດຜູ້ໄດ້ຮັບລາງວັນຊະນະເລີດ ແມ່ນນັກຮ້ອງຕົວແທນຈາກກົມປະຊາສຳພັນ, ຮອງຊະນະເລີດອັນດັບ 1 ແມ່ນຕົວ ແທນຈາກກົມນິຕິກໍາ, ຮອງຊະນະເລີດ ອັນດັບ 2 ແມ່ນຕົວແທນຈາກກົມຄົ້ນຄວ້າສັງລວມ. ສຳລັບບັນດາຕົວແທນຈາກ ກົມຈັດຕັ້ງ ແລະ ພະນັກງານ, ກົມເລຂາ, ກົມບໍລິຫານ, ພິທີການ ແລະ ການເງິນ, ກົມກວດກາ, ຫໍປະຊຸມແຫ່ງຊາດ, ກອງຮ້ອຍປ້ອງກັນ ຫສນຍ ແລະ ອົງການກາແດງແຫ່ງຊາດລາວ ແມ່ນໄດ້ຮັບລາງວັນຊົມເຊີຍ.
ໃນໂອກາດ ສະຫລຸບຜົນການສ້າງຂະບວນການແຂ່ງຂັນກິລາ ແລະ ສິລະປະ ພາຍໃນ ຫສນຍ ຄັ້ງນີ້, ສະຫາຍ ບົວຄົງ ນາມມະວົງ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະຮັບຜິດຊອບສ້າງຂະບວນການແຂ່ງຂັນ ໃນຄັ້ງນີ້ ໂດຍສະເພາະ ການຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ລວມທັງ ການເຂົ້າຮ່ວມ ຂອງພະນັກງານ-ລັດຖະກອນ ທົ່ວ ຫສນຍ, ກອງຮ້ອຍປ້ອງກັນ ຫສນຍ ແລະ ອົງການກາແດງແຫ່ງຊາດລາວ, ຊຶ່ງເຮັດຂະບວນການ ຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດ ໝາຍທີ່ວາງໄວ້.
ພ້ອມກັນນັ້ນ, ກໍສະເໜີໃຫ້ສືບຕໍ່ຮັກສາມູນ ເຊື້ອອັນດີງາມ ແລະ ສ້າງຂະບວນ ການດ້ານຕ່າງໆ ໂດຍຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ມີຜົນ ງານພົ້ນເດັ່ນ, ມີຄວາມຕໍ່ເນື່ອງ, ສອດຄ່ອງກັບເນື້ອໃນຈິດໃຈ ການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງການຈັດຕັ້ງ ຫສນຍ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ