ໃນຕອນເຊົ້າ ວັນທີ 9 ກັນຍາ 2024, ທີ່ຫ້ອງວ່າການສໍານັກງານນາຍົກລັັດຖະມົນຕີ (ຫສນຍ) ໄດ້ມີພິທີມອບ-ຮັບລົດເມໄຟຟ້າ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກພາກທຸລະກິດ; ຊຶ່ງຕາງໜ້າກ່າວຮັບໂດຍແມ່ນທ່ານ ສົມກຽດ ພະສີ, ຮອງລັດຖະ ມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກ່າວມອບໂດຍທ່ານ Ma shui ho Mathew, ປະທານບໍລິສັດ ລາວອາຊີ ພັດທະນາ ເສດຖະກິດ ແລະ ການລົງທຶນ ບ໊ອກ ຈໍາກັດ; ມີຜູ້ຕາງໜ້າຈາກກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ລົດເມໄຟຟ້າ ທີ່ໄດ້ຮັບການຊ່ວຍເຫຼືອລ້າ ໃນຄັ້ງນີ້ ແມ່ນລົດຍີ່ຫໍ້ E-Future, ລວມມີຈໍານວນ 6 ຄັນ, ໂດຍແມ່ນບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໋ອກ ຈໍາກັດ ແລະ ບໍລິສັດ ຈຽງຊູເຟີງຊວນ ເຕັກໂນໂລຊີ ພາວເວີ້ພະລັງງານໃໝ່ ຈຳກັດ ນຳມາມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງວ່າການນະຄອນຫຼວງວຽງຈັນ ພາກສ່ວນລະ 2 ຄັນ ເພື່ອນຳໃຊ້ເຂົ້າໃນວຽກງານ ການເປັນປະທານກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2024 ແລະ ວຽກງານບໍລິຫານຂອງລັດ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນເຄື່ອນໄຫວຮັບໃຊ້ວຽກງານທາງລັດຖະການ ຂອງພາກສ່ວນທີ່ໄດ້ຮັບການຊ່ວຍເຫຼືອ.
ໂອກາດນີ້, ທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ຕາງໜ້າຄະນະພັກ-ຄະນະນໍາ ຫສນຍ ກໍ່ຄື ພາກ ສ່ວນທີ່ໄດ້ຮັບລົດເມດັ່ງກ່າວ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງບໍລິສັດ ໃນຄັ້ງນີ້ ເຊິ່ງເປັນການໃຫ້ຄວາມສຳຄັນຕໍ່ວຽກງານລວມຂອງ ສປປ ລາວ ໂດຍສະເພາະ ການຮັບໃຊ້ກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2024, ທັງສອດຄ່ອງກັບແນວທາງນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ທີ່ກຳລັງຊຸກຍູ້ສົ່ງເສີມການນຳໃຊ້ລົດໄຟຟ້າ ໃຫ້ຫຼາຍຂຶ້ນ, ປະກອບສ່ວນການປະຕິບັດມາດຕະການປະຢັດມັດທະຍັດ ດ້ວຍການຫັນມານຳໃຊ້ພະລັງງານ ທີ່ ສປປ ລາວ ມີທ່າແຮງ, ສະອາດ, ເປັນມິດຕໍ່ສິ່ງແວດລ້ອມ ຕາມທິດ ສີຂຽວ ແລະ ຍືນຍົງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.






