ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫສນຍ ເຜີຍແຜ່ກົດລະບຽບ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

Sep 30, 2025

ຕອນເຊົ້າວັນທີ 29 ກັນຍາ 2025 ທີ່ຫໍປະຊຸມແຫ່ງຊາດ, ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບແນະນໍາ ການເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ຫສນຍ ຄັ້ງທີ VI, ໂດຍການເປັນປະທານຂອງ ສະຫາຍ ບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.
ໃນໂອກາດນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ກົດລະບຽບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ຈາກສະຫາຍ ຄົມສັນ ໄຊຍະສານ, ເລຂາໜ່ວຍພັກຮາກຖານກົມປະຊາສໍາພັນ, ຫົວໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ເພື່ອໃຫ້ບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ຫຼັກການ ແລະ ລະບຽບການຕ່າງໆ ຂອງກອງປະຊຸມ ເປັນຕົ້ນ: ສິດ ແລະ ໜ້າທີ່ ຂອງຜູ້ແທນສົມບູນ, ການປະຕິບັດໂມງເວລາ, ການນຸ່ງຖື, ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນຫ້ອງປະຊຸມ, ການຄວບຄຸມການປ່ອນບັດ ແລະ ລົງຄະແນນສຽງ, ການປ້ອງກັນຄວາມສະຫງົບ, ການປະຕິບັດຂໍ້ຫ້າມຕ່າງໆ ເພື່ອຍົກສູງສະຕິ ແລະ ຄວາມຮັບຜິດຊອບ ຂອງບັນດາຜູ້ແທນ.
May be an image of 1 person, dais and text that says 'มะคอมทูองวรงจม, อมท 29 ภมยา 2025 L' May be an image of lighting
ເລຂາຄະນະບໍລິຫານງານພັກ ຫສນຍ ໄດ້ມີຄຳເຫັນເນັ້ນໜັກວ່າ: ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ຫສນຍ ຄັ້ງທີ VI ເປັນກອງປະຊຸມ ທີ່ມີຄວາມໝາຍສຳຄັນຢ່າງຍິ່ງ, ເປັນບາດລ້ຽວປະຫວັດສາດອັນໜຶ່ງ ໃນການນຳພາ-ຊີ້ນຳ ຂອງອົງຄະນະພັກ ຫສນຍ ບົນພື້ນຖານທີ່ກຳນົດໄວ້ໃນກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI. ກອງປະຊຸມໃຫຍ່ ຈະໄດ້ພິຈາລະນາ ແລະ ຮັບຮອງບັນຫາສຳຄັນ ເປັນຕົ້ນ:ຮ່າງລາຍງານການເມືອງ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ V; ແຜນພັດທະນາວຽກງານວິຊາສະເພາະ ຫສນຍ ຄັ້ງທີ II (2026-2030); ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V; ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່, ພ້ອມທັງດຳເນີນການເລືອກຕັ້ງຜູ້ແທນສົມບູນ ແລະ ສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ພິຈາລະນາຮັບຮອງເອົາມະຕິກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ຫສນຍ ຄັ້ງທີ VI.
May be an image of 1 person, table, lighting and dais May be an image of lighting
ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບດ້ານການເມືອງ ໂດຍເປັນເຈົ້າການເຂົ້າຮ່ວມການດຳເນີນກອງປະຊຸມໃຫຍ່ ຢ່າງສຸດກົກສຸດປາຍ, ປະຕິບັດລະບຽບການຕ່າງໆ ທີ່ກຳນົດໄວ້ ຢ່າງເຂັ້ມງວດ, ມີຄວາມກະຕືລືລົ້ນ ຕິດຕາມຮັບຟັງການປະກອບຄຳເຫັນ, ເປັນເຈົ້າການການຮັກສາຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ຢ່າງຮອບດ້ານ.
ສຳຫຼັບກອງປະຊຸມຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ຈະໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 30 ກັນຍາ 2025.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.