ວັນທີ 28 ເມສາ 2025 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ຜົນສໍາເລັດ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ, ຮອງເລຂາຄະນະບໍລິຫານງານພັກ ຫສນຍ, ປະທານອົງການກາແດງແຫ່ງຊາດລາວ; ມີທ່ານປະທານກວດກາພັກ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ບັນດາຄະນະກົມ ພ້ອມດ້ວຍສະມາຊິກພັກ-ພະນັກງານ ພາຍໃນ ຫສນຍ ແລະ ອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມ.
ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ປະກອບມີ: 1). ບົດສະຫຼຸບ-ຕີລາຄາ ການເຄື່ອນໄຫວວຽກງານກວດກາ ທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງຄະນະກວດກາສູນກາງພັກ; 2). ລະບຽບການເກັບຮັກສາເອກກະສານກ່ຽວກັບວຽກງານກວດກາ ຂອງອົງການກວດກາແຫ່ງລັດ ສະບັບເລກທີ 138/ອກຫລ, ລົງວັນທີ 9 ເມສາ 2024 ໃຫ້ກຽດເຜີຍແຜ່ໂດຍ ທ່ານ ນາງ ບຸນໜັກ ດາລາງາແກ້ວ, ປະທານກວດກາພັກ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ເຊິ່ງໄດ້ຍົກໃຫ້ເຫັນ ຜົນສໍາເລັດຫຼາຍດ້ານ ໃນການຈັດຕັ້ງປະຕິບັດວຽກງານກວດກາທົ່ວປະເທດ ເປັນຕົ້ນ ວຽກຄົ້ນຄວ້າສ້າງ, ປັບປຸງ ແລະ ເຜີຍແຜ່ນິຕິກໍາ; ການຕິດຕາມ ກວດກາພັກ; ການກວດກາບໍລິຫານລັດ, ວຽກງານສະກັດກັ້ນ, ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ວຽກງານຕິດຕາມ, ຊຸກຍູ້ການແກ້ໄຂ ຜົນຂອງການກວດກາ; ການຄົ້ນຄວ້າພິຈາລະນາ ຄໍາຮ້ອງຄໍາສະເໜີ; ການພົວພັນຮ່ວມມືກັບຕ່າງປະເທດ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບໍາລຸງກໍ່ສ້າງພະນັກງານ ພ້ອມທັງສະເໜີດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ທິດທາງແຜນການວຽກງານກວດກກາປະຈຳປີ 2025. ສຳລັບລະບຽບການເກັບຮັກສາເອກະສານກ່ຽວກັບການກວດກາ ກໍ່ເພື່ອຮັບປະກັນໃຫ້ວຽກງານສໍາເນົາເອກະສານລວມສູນ ມີຄວາມຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການ, ເປັນລະບົບລະບຽບ, ຄົບຊຸດ ໃນການເກັບຮັກສາ, ມີຄວາມປອດໄພ, ຮັກສາໄດ້ຄວາມລັບ ແລະ ມີວິທະຍາສາດ; ແລະ 3). ບົດໂອ້ລົມຂອງສະຫາຍ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ໃຫ້ກຽດເຜີຍແຜ່ ໂດຍ ທ່ານ ຄໍາລາວັນ ຈັນທະລາວັນ, ຮອງເລຂາຄະນະບໍລິຫານງານ, ປະທານອົງການກາແດງແຫ່ງຊາດລາວ ເຊິ່ງໃນບົດໂອ້ລົມ ໄດ້ຍົກໃຫ້ເຫັນ ຄວາມເອົາໃຈໃສ່ຂອງຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ຕໍ່ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນໄລຍະໜຶ່ງປີຜ່ານມາ, ຈຸດອ່ອນ, ຂໍ້ຄົງຄ້າງຫຼາຍດ້ານທີ່ຕ້ອງໄດ້ສຸມໃສ່ແກ້ໄຂ ເຊິ່ງໃນຕໍ່ໜ້າຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີການນຳພາ-ຊີ້ນຳ ເອົາໃຈໃສ່ຕໍ່ການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມກອງປະຊຸມໃຫຍ່ຂອງຂັ້ນຕົນ, ສືບຕໍ່ຕິດຕາມ, ກວດກາການປະຕິບັດກົດລະບຽບຂອງພັກ ສະໄໝທີີ XI, ເພີ່ມທະວີການຕິດຕາມ-ກວດກາກາຄຸ້ມຄອງບໍລິຫານລັດ; ສືບຕໍ່ສຸມໃສ່ການເຄື່ອນໄຫວຕີຖອຍການສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວຂອງສະມາຊິກພັກ-ພະນັກງານ; ປັບປຸງກົງຈັກການຈັດຕັ້ງຄະນກວດກາແຕ່ລະຂັ້ນໃຫ້ໜັກແໜ້ນ, ເຂັ້ມແຂງ.
ໃນນັ້ນ ຕ້ອງເອົາການຕິດຕາມ-ຊຸກຍູ້ ກວດກາ ແລະ ຕີລາຄາຕໍ່ການເຄື່ອນໄຫວປະຕິບັດບັນດາຫຼັກການ ການຈັດຕັ້ງເຄື່ອນໄຫວ ອັນເປັນພື້ນຖານຂອງພັກ, ກົດໝາຍຂອງລັດ, ຄວາມຮັບຜິດຊອບການເມືອງ ແລະ ແບບແຜນການນໍາພາ ກໍຄືຄຸນທາດການເມືອງຂອງພະນັກງານ ສະມາຊິກພັກ ເປັນໜ້າທີ່ອັນສໍາຄັນພື້ນຖານ; ຖືການແກ້ໄຂຕີຖອຍ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ພາຍໃນການຈັດຕັ້ງ ແລະ ຖັນແຖວພະນັກງານ-ສະມາຊິກພັກ ຢູ່ທຸກຂົງເຂດວຽກງານ ແລະ ທຸກຂັ້ນ ເປັນວາລະສໍາຄັນທົ່ວພັກ ແລະ ລະບົບການເມືອງ ທັງເປັນໜຶ່ງໃນບັນດາເປົ້າໝາຍສໍາຄັນໂດຍກົງຂອງວຽກງານກວດກາ.
ໃນຕອນທ້າຍ ທ່ານປະທານກອງປະຊຸມ ໄດ້ສັງລວມ ແລະ ເນັ້ນໜັກຄືນ ກ່ຽວກັບຄວາມສຳຄັນຂອງເອກະສານຕ່າງໆ ທີ່ໄດ້ນຳມາເຜີຍແຜ່ເຊື່ອມຊຶມ ໃຫ້ສະມາຊິກພັກ-ພະນັກງານ ທົ່ວ ຫສນຍ ມີຄວາມຮັບຮູ້ເຂົ້າໃຈ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເປັນເອກະພາບ. ພ້ອມກັນນີ້ ໄດ້ຊີ້ນຳໃຫ້ສະມາຊິກພັກ-ພະນັກງານ ຫສນຍ ເພີ່ມທະວີຍົກສູງທັດສະນະຫຼັກໝັ້ນ ຄຸນທາດການເມືອງ, ຍຶດໝັ້ນຕໍ່ອຸດົມການຂອງພັກ, ມີຄວາມຊືີ່ສັດບໍລິສຸດ, ມີນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນ ຢ່າງຈິງໃຈ; ເຈົ້າໜ້າທີ່ກວດກາ ຕ້ອງເອົາໃຈໃສ່ໃນການຕິດຕາມກວດກາ ສະມາຊິກພັກ-ພະນັກງານ ຕ້ອງປະຕິບັດວຽກງານ ໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ຢ່າງເຂັ້ມງວດ ແລະ ຮັບປະກັນຄວາມໂປ່ງໃສ, ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງໄປໃນທາງທີ່ບໍ່ຖືກຕ້ອງ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ





