ໃນຕອນເຊົ້າວັນທີ 29 ພະຈິກ 2024 ອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສຳຄັນ ຂອງພັກ-ຂອງຊາດ ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ ຂອງສະຫາຍ ບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍ ຄະນະບໍລິຫານງານພັກ, ບັນດາສະຫາຍຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.
ຈຸດປະສົງ ເພື່ອເຜີຍແຜ່ເຊື່ອມຊືມບັນດາເນື້ອໃນ ຂອງເອກະສານວັນສຳຄັນ ຂອງພັກ-ຂອງຊາດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວອົງຄະນະພັກ ຫສນຍ ໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ ແລະ ເປັນເອກະພາບ ຕໍ່ບັນດາເນື້ອໃນຈິດໃຈ ຂອງເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້, ທັງສາມາດນຳໄປຈັດຕັ້ງຜັນຂະຫຍາຍ ສູ່ວຽກງານຕົວຈິງທີ່ຕົນເອງຮັບຜິດຊອບ ໃຫ້ແທດເໝາະ ແລະ ເກີດດອກອອກຜົນເປັນກ້າວໆ; ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ສືບຕໍ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມຮັບຜິດຊອບສູງ ຕໍ່ວຽກງານທີ່ຖືກມອບໝາຍ, ຖອດຖອນເອົາບັນດາບົດຮຽນ ແລະ ປະສົບການອັນດີເລີດ ທີ່ບັນດາຜູ້ນຳ ແລະ ນັກຮົບປະຕິວັດ ທີ່ໄດ້ປະຕິບັດ ແລະ ສ້າງໄວ້ ໃນໄລຍະຜ່ານມາ ໄປໝູນໃຊ້ເຂົ້າໃນການດຳລົງຊີວິດ ແລະ ຈັດຕັ້ງປະຕິບັດເຂົ້າໃນຂົງເຂດວຽກງານຕົວຈິງ ໃນເງື່ອນໄຂໃໝ່ໃຫ້ເກີດປະໂຫຍດຕໍ່ປະເທດຊາດ ແລະ ປະຊາຊົນ.
ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ປະກອບມີ: ເອກະສານວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ (2 ທັນວາ 1975-2 ທັນວາ 2024); ເອກະສານ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນວາ 1920-13 ທັນວາ 2024); ຄໍາສັ່ງແນະນໍາ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 182/ຄລສພ, ລົງວັນທີ 12 ກໍລະກົດ 2024 ວ່າດ້ວຍການຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ກ່ຽວກັບ ການກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ; ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ເຊິ່ງບັນດາເນື້ອໃນເອກະສານເຫຼົ່ານັ້ນ ໃຫ້ກຽດເຜີຍແຜ່ຂອງສະຫາຍ ບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ ຫສນຍ, ລັດຖະມົນຕີ, ຫົວໜ້າ ຫສນຍ ຊຶ່ງສະຫາຍ ໄດ້ຍົກໃຫ້ເຫັນມູນເຊື້ອອັນດີງາມ ແລະ ຄວາມສາມາດນຳພາຂອງພັກປະຊາຊົນປະຕິວັດລາວ ໃນການຕໍ່ສູ້ກູ້ຊາດ ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປະນາ ສ້າງຕັ້ງເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ລວມທັງ ສະພາບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 49 ປີຜ່ານມາ; ພ້ອມກັນນັ້ນ ກໍ່ຍັງໄດ້ຍົກໃຫ້ເຫັນ ປະຫວັດ, ຜົນງານອັນຍິ່ງໃຫຍ່, ຄຸນງາມຄວາມດີ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງນຳໜ້າ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນບັນດາເຜົ່າ. ພາຍຫຼັງຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ບັນດາເອກະສານສໍາເລັດແລ້ວ; ໃນໂອກາດນີ້, ສະຫາຍ ນາງ ສຸລິກັນ ພົມມະ ຈັນ, ຮັກສາການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຍັງໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ຂອງຄະນະຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຊາບຕື່ມອີກ.
ໃນຕອນທ້າຍ, ສະຫາຍ ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນເນັ້ນໜັກ ໃຫ້ບັນດາສະຫາຍ ສະມາຊິກພັກ-ພະນັກງານ ທົ່ວ ຫສນຍ ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈ ຂອງບັນດາເອກະສານ ທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ໄປຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງ ໃຫ້ເກີດດອກອອກຜົນ; ສືບຕໍ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ໃນຂັ້ນຂອງຕົນ ແລະ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຫສນຍ; ສືບຕໍ່ເປັນເສນາທິການ ໃນການກະກຽມກອງປະຊຸມຕ່າງໆ ຂອງລັດຖະບານ ໂດຍສະເພາະ ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ; ກອງປະຊຸມລັດຖະບານ ສະໄໝສາມັນ ແລະ ສະໄໝວິສາມັນ; ກອງປະຊຸມເປີດກວ້າງຂອງລັດຖະບານ ແລະ ກອງປະຊຸມສຳຄັນອື່ນໆ ຢ່າງເປັນເຈົ້າການ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ຈັດຕັ້ງປະຕິບັດແຜນການພັດທະນາວຽກງານ ຫສນຍ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້ ໂດຍສະເພາະ ບັນດາໂຄງການ ທີ່ຕິດພັນກັບການພັດທະນາວຽກງານ ຫສນຍ; ຮີບຮ້ອນກະກຽມສະຖານທີ່ເຮັດວຽກ ໃຫ້ແກ່ການນຳຂັ້ນສູງ ທີ່ປະຈຳ ຢູ່ ສນຍ, ລວມທັງ ການປັບປຸງຫ້ອງຮັບແຂກ, ຫ້ອງເຮັດວຽກຂອງພະນັກງານຈຳນວນໜຶ່ງ ແລະ ອື່ນໆ ພາຍໃນ ຫສນຍ ໃຫ້ສຳເລັດໂດຍໄວ; ພ້ອມດຽວກັນນັ້ນ ກໍ່ໃຫ້ສືບຕໍ່ປະຕິບັດແຜນການ ປັບປຸງຍົກລະດັບຊີວິດການເປັນຢູ່ ຂອງພະນັກງານ-ລັດຖະກອນ ພາຍໃນ ຫສນຍ ໃຫ້ດີຂຶ້ນເປັນກ້າວໆ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.





