ເພື່ອແກ້ໄຂ ແລະ ຫຼຸດຜ່ອນຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ເວົ້າລວມ, ເວົ້າສະເພາະ ເພື່ອເຮັດໃຫ້ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ວ່າດ້ວຍການເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດສູ່ວຽກງານຕົວຈິງໂດຍໄວ. ໃນຕອນບ່າຍວັນທີ 16 ມີນາ 2026 ການນໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ພົບປະໂອ້ລົມ ແລະ ເຜີຍແຜ່ເອກະສານ ທີ່ຕິດພັນກັບການແກ້ໄຂຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນ ຫສນຍ, ພາຍໃຕ້ການເປັນປະທານ ຂອງທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ບັນດາທ່ານ ຫົວໜ້າກົມ, ຫົວໜ້າຫໍປະຊຸມແຫ່ງຊາດ ແລະ ບັນດາຮອງຫົວໜ້າກົມ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ເປີດກວ້າງໃຫ້ຜູ້ຮ່ວມ ປະກອບຄຳເຫັນແລກປ່ຽນ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ການກຳນົດນະໂຍບາຍຫຼຸດຜ່ອນຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ຕໍ່ພະນັກງານ-ລັດຖະກອນ ຫສນຍ ເປັນຕົ້ນ ການຄົ້ນຄວ້ານະໂຍບາຍລົດໄຟຟ້າ; ການຄົ້ນຄວ້ານະໂຍບາຍດ້ານການບໍລິຫານວຽກງານ; ການຜັດປ່ຽນກັນປະຈຳການ ແລະ ເຮັດວຽກທາງໄກຜ່ານອອນລາຍ; ການກຳນົດນະໂຍບາຍສ້າງເສດຖະກິດ, ປັບປຸງຊີວິດການເປັນຢູ່ ແລະ ອື່ນໆ, ຊຶ່ງບັນດານະໂຍບາຍເຫຼົ່ານັ້ນ ແມ່ນຄຳນຶງບົນພື້ນຖານ ໄລຍະສັ້ນ-ໄລຍະຍາວ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ເຂົ້າຮ່ວມ ເອົາໃຈໃສ່ຕື່ມບາງບັນຫາ ເປັນຕົ້ນ ໃຫ້ກຳແໜ້ນເນື້ອໃນຄຳສັ່ງ ວ່າດ້ວຍການເພີ່ມທະວີການແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ໂດຍສະເພາະ ບັນດາໜ້າວຽກ ແລະ ຄວາມຮັບຜິດຊອບ ການເປັນເສນາທິການ ໃຫ້ແກ່ລັດຖະບານ ໂດຍໃຫ້ຄົ້ນຄວ້າຜັນຂະຫຍາຍເປັນອັນລະອຽດ ແລະ ຖືກຈັດຕັ້ງປະຕິບັດໂດຍໄວ; ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດຂອງພະນັກງານ-ລັດຖະກອນ ໂດຍກຳໄດ້ແນວຄິດ, ຄວາມຫຍຸ້ງຍາກ ເພື່ອແກ້ໄຂບັນຫາ ໃຫ້ແທດເຖິງຕົວຈິງ; ໃຫ້ສືບຕໍ່ອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳຂອງພັກ-ລັດ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ; ສືບຕໍ່ປັບປຸງການຈັດຕັ້ງ ຕາມທິດກະທັດຮັດ ແລະ ສົມເຫດສົມຜົນ; ມີສະຕິ ແລະ ໃຫ້ທັດສະນະທີ່ຖືກຕ້ອງ ຕໍ່ບັນຫາຕ່າງໆ ທີ່ສັງຄົມ ແລະ ຊຸມຊົນທີ່ຢູ່ອາໄສຕັ້ງຂຶ້ນ; ປັບປຸງກົນໄກ ແລະ ແບບແຜນວີທີເຮັດວຽກ ສູ່ທັນສະໄໝ, ປະຢັດມັດທະຍັດ ແລະ ມີປະສິດທິຜົນສູງ; ພ້ອມກັນຮັກສາຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນ ຫສນຍ. ສຳລັບການກຳນົດນະໂຍບາຍລະອຽດ ເພື່ອຫຼຸດຜ່ອນຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ຕໍ່ພະນັກງານ-ລັດຖະກອນ ຫສນຍ ແມ່ນໃຫ້ຄະນະຮັບຜິດຊອບ ນຳໄປຄົ້ນຄວ້າກຳນົດ ໃຫ້ສາມາດເລີ່ມຈັດຕັ້ງປະຕິບັດໄດ້ໂດຍໄວ.


