ຫ້ອງວ່າການສູນກາງພັກ(ຫສພ) ໄດ້ສະຫລຸບຕີລາຄາ ການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວອົງຄະນະພັກ ຫສພ ໃນວັນທີ 22 ມັງກອນ 2025 ພາຍໃຕ້ການເປັນປະ ທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາຄະນະປະຈຳພັກ, ຄະນະຫ້ອງວ່າການສູນກາງພັກ, ສະມາຊິກພັກ-ພະນັກງານ- ລັດ ຖະກອນທົ່ວ ຫສພ ເຂົ້າຮ່ວມ.
ກອງປະຊຸມ ໄດ້ສະຫລຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວອົງຄະນະພັກ ຫສພ; ສະຫລຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2024 ແລະ ແຜນວຽກຈຸດສຸມປະຈໍາປີ 2025; ສະຫລຸບຕີລາຄາວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025. ມາຮອດປັດຈຸບັນ ທົ່ວອົງຄະນະພັກ ຫ້ອງວ່າການສູນກາງພັກ ມີໜ່ວຍພັກ ທັງໝົດ 11 ໜ່ວຍພັກ ບັນດາໜ່ວຍພັກດັ່ງກ່າວ, ສໍາເລັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2024. ຜ່ານການຄົ້ນຄວ້າຈາກກອງປະຊຸມຄະນະຮັບຜິດ ຊອບປະເມີນຜົນ ເຫັນວ່າບັນດາໜ່ວຍພັກ ໄດ້ວາງທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ໃນແຕ່ລະດ້ານແມ່ນມີຄວາມຖືກ ຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, ສາມາດຍົກໃຫ້ເຫັນດ້ານດີ, ຜົນສໍາເລັດຂອງການນຳພາ-ຊີ້ນຳວຽກງານຖືກຕ້ອງຕາມລະບຽບຫລັກການທີ່ກໍານົດໄວ້. ດັ່ງນັ້ນ, ກອງປະຊຸມຈຶ່ງໄດ້ຕົກລົງຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ປະຈໍາປີ 2024 ຈໍານວນທັງໝົດ 11 ໜ່ວຍພັກ.
ຈາກນັ້ນ, ສະຫາຍ ທອງສະລິດ ມັງໜໍ່ເມກ ກໍໄດ້ໃຫ້ກຽດຂຶ້ນມອບນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2024 ໃຫ້ ໜ່ວຍພັກກົມກໍ່ສ້າງຮາກຖານການເມືອງ, ພ້ອມກັນນັ້ນ, ຕາງໜ້າ 10 ໜ່ວຍພັກ ກໍໄດ້ຈັບມືແຂ່ງຂັນຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກ ແໜ້ນ ປະຈຳປີ 2025.
ພ້ອມນີ້, ກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງ ຜົນການຄັດເລືອກຜົນງານດີເດັ່ນກົມກອງລວມໝູ່ພາຍໃນ ຫສພ ປະຈຳປີ 2024 ຄື: ກົມກອງດີເດັ່ນປະເພດ I ມີ 1 ກົມ ແລະ ປະເພດ II ມີ 10 ກົມ, ທີ່ປະຊຸມຍັງໄດ້ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ຈຳນວນ 2 ສະຫາຍ,ໂດຍແມ່ນ ສະຫາຍ ທອງສະລິດ ມັງໜໍ່ເມກ ເປັນຜູ້ມອບມະຕິຕົກລົງໃຫ້ກັບບັນດາສະຫາຍທີ່ໄດ້ຮັບການອຸດໜູນບຳນານ,
ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາໜ່ວຍພັກ, ພ້ອມດ້ວຍສະມາ ຊິກພັກທັງ ໝົດພາຍໃນ ຫສພ ທີ່ໄດ້ມີຄວາມຕັດສິນໃຈ, ເອົາໃຈໃສ່ປະຕິບັດມະຕິ, ຄໍາສັ່ງ, ແນວທາງຂອງພັກ ແລະ ນໍາພາ-ຊີ້ນໍາໜ່ວຍພັກຂອງຕົນ ສ້າງແຜນການເຄື່ອນໄຫວ ແລະ ປະຕິບັດຕາມແຜນການຢ່າງເປັນລະບົບ, ມີການຊີ້ນໍາ, ຕິດຕາມກວດກາຢ່າງເປັນປົກກະຕິ ຈົນສາມາດເຮັດໃຫ້ບັນດາໜ່ວຍພັກປະສົບຜົນສໍາເລັດ ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຢ່າງສໍາເລັດຜົນຕາມລະດັບຄາດໝາຍ.
ພ້ອມນີ້, ຍັງເນັ້ນໃຫ້ເພີ່ມທະວີການເຮັດວຽກງານການເມືອງແນວຄິດພາຍໃນໜ່ວຍ ໃຫ້ມີຄວາມໜັກແໜ້ນ, ສ້າງຄວາມເປັນເອກະພາບພາຍໃນ ຫສພ ໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ເສີມຂະ ຫຍາຍມູນເຊື້ອໃຫ້ມີຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນ ໜາຢູ່ ຫສພ ກໍຄື ພາຍໃນໜ່ວຍພັກ ບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ສິ່ງສໍາຄັນຂາດບໍ່ໄດ້ນັ້ນ ແມ່ນວຽກງານຕິດຕາມກວດກາ ຕ້ອງໄດ້ເຮັດເປັນລະບົບ ແລະ ເຮັດເປັນປົກກະ ຕິ; ເພີ່ມທະວີປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ປັບປຸງຍົກລະດັບສະມາຊິກພັກ-ພະນັກງານ ໃຫ້ຮັບປະ ກັນທາງດ້ານປະລິມານ ແລະ ຄຸນນະພາບ; ພ້ອມນີ້, ຍັງເນັ້ນໃຫ້ສືບຕໍ່ປຸກລະດົມກຳລັງແຮງທຸກພາກສ່ວນ ແລະ ພະນັກງານ-ລັດ ຖະກອນ ສູນກາງພັກເຊີດຊູຈິດໃຈຮັກຊາດ, ເປັນເຈົ້າຕົນເອງ, ດຸໝັ່ນ, ປະຢັດ, ສັດຊື່, ອົດທົນ, ປະດິດສ້າງ ແລະ ແຂ່ງຂັນກັນປະກອບສ່ວນເຂົ້າໃນ ການປະຕິບັດໜ້າທີ່ວຽກງານຢ່າງແຂງ ແຮງ, ສູ້ຊົນປະຕິບັດບັນດາຄາດໝາຍທີ່ກຳນົດໄວ້ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກຫ້ອງວ່າການສູນກາງພັກ ແລະ ແຜນພັດທະນາ ກໍຄື ບັນດາເນື້ອໃນການແຂ່ງຂັນ ຂອງຫ້ອງວ່າກາສູນກາງພັກ ໃຫ້ປະກົດຜົນເປັນຈິງ.






