ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືກະກຽມຄວາມພ້ອມ ຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025

Nov 13, 2025

ກອງປະຊຸມຄະນະຊີ້ນຳລະດັບຊາດ ເພື່ອຂະບວນການໂຕະມົນ ປະຈຳປີ 2025 ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ເພື່ອປຶກສາຫາລື ແລະ ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ພາຍໃຕ້ຫົວຂໍ້ “ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາ ທີ່ມີປະສິດທິຜົນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາຢ່າງໝັ້ນທ່ຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ’’ ພ້ອມທັງລົງເລິກກ່ຽວກັບຄວາມຄືບໜ້າ ແລະ ການກະກຽມກະກຽມຄວາມພ້ອມໃນດ້ານຕ່າງໆ ເຊັ່ນ: ດ້ານເນື້ອໃນ, ດ້ານເອກະສານ, ພິທີການ ແລະ ວຽກງານປິ່ນອ້ອມຕ່າງໆ ສໍາລັບກອງປະຊຸມໂຕະມົນລະດັບສູງ.


ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຮອງປະທານຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ ໄດ້ກ່າວວ່າ: ວຽກງານຮ່ວມມືເພື່ອການພັດທະນາ ແມ່ນໝາກຫົວໃຈ ໃນການບັນລຸເປົ້າໝາຍການພັດທະນາ, ລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ກໍໄດ້ເອົາໃຈໃສ່ຍົກສູງພາລະບົດບາດ ໃນການຈັດຕັ້ງປະຕິບັດພັນທະຕ່າງໆ ໂດຍການເສີມສ້າງເວທີສົນທະນາ-ປຶກສາຫາລືຢ່າງເປີດກວ້າງ ໃນວຽກງານການພັດທະນາ ໂດຍຜ່ານຂະບວນການໂຕະມົນ ຊຶ່ງເປັນກົນໄກລະດັບຊາດ ທີ່ສຳຄັນໃນການຂັບເຄື່ອນວຽກງານ ການຮ່ວມມື ເພື່ອການພັດທະນາ ໃຫ້ມີຄວາມຫລາກຫລາຍ, ຍືນຍົງ ແລະ ມີສ່ວນຮ່ວມຈາກຫລາຍພາກສ່ວນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ.
ກອງປະຊຸມໂຕະມົນລະດັບສູງຄັ້ງທີ 14 ທີ່ຈະຈັດຂຶ້ນໃນວັນທີ 19 ພະຈິກ 2025 ນີ້, ຖືໄດ້ວ່າເປັນກາລະໂອກາດອັນດີ ແລະ ເປັນເວທີທີ່ສຳຄັນຂອງລັດຖະບານ, ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນທັງພາຍໃນ-ຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໃນການປຶກສາຫາລື ກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ໂດຍສະເພາະ ການແລກປ່ຽນກ່ຽວກັບຄວາມຕ້ອງການ ໃນການເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາ ທີ່ມີປະສິດທິຜົນ ໃນໄລຍະການຟື້ນຟູເສດຖະກິດຂອງ ສປປ ລາວ.
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໃນນາມຜູ້ປະຈຳການຄະນະຊີ້ນຳລະດັບຊາດ ເພື່ອຂະບວນການໂຕະມົນ ໄດ້ຍົກໃຫ້ເຫັນຄວາມພ້ອມຮອບດ້ານ ໂດຍສະເພາະ ດ້ານເນື້ອໃນກອງປະຊຸມ, ດ້ານພິທີການ ແລະ ບໍລິຫານ, ຜົນສໍາເລັດຂອງບັນດາກອງປະຊຸມປິ່ນອ້ອມ ແລະ ຈໍານວນແຂກທີ່ເຂົ້າຮ່ວມກອງປະຊຸມ.


ໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນໜັກໃຫ້ບັນດາພາກສ່ວນກ່ຽວຂ້ອງ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນວຽກງານຂະບວນການໂຕະມົນ ໂດຍສະເພາະ ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ນີ້ ເພື່ອຮັບປະກັນໃຫ້ກອງປະຊຸມໂຕະມົນລະດັບສູງ ມີຜົນໄດ້ຮັບທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ສະພາບເງື່ອນໄຂ ແລະ ແນວທາງການພັດທະນາຂອງ ສປປ ລາວ ເປັນຕົ້ນ ໃຫ້ເພີ່ມທະວີປະສານສົມທົບຢ່າງກົມກຽວ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ຄູ່ຮ່ວມພັດທະນາ ເພື່ອຮັບປະກັນດ້ານເນື້ອໃນຂອງບົດຕ່າງໆ ທີ່ຈະນຳສະເໜີໃນກອງປະຊຸມໂຕະມົນລະດັບສູງ ທີ່ຕິດພັນກັບການສົ່ງເສີມດ້ານເສດຖະກິດ ທີ່ເປັນມິດກັບສິ່ງແວດລ້ອມ, ຊຸກຍູ້ການເກັບລາຍຮັບຂອງລັດຖະບານ, ພັດທະນາຊັບສິນດ້ານຊັບພະຍາກອນມະນຸດ ແລະ ຊຸກຍູ້ການຄຸ້ມຄອງທີ່ດີ ພ້ອມທັງຮັບປະກັນການເຕີບໂຕສີຂຽວ ແລະ ຍືນຍົງ ໂດຍສອດຄ່ອງກັບບຸລິມະສິດ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ຊຸກຍູ້-ສົ່ງເສີມ ໃຫ້ມີການສົນທະນາທີ່ກວມລວມ ໂດຍສະເພາະ ການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃນການດຳເນີນທຸລະກິດ ໃຫ້ເປັນປັນບຸລິມະສິດ ແລະ ສົ່ງເສີມການມີສ່ວນຮ່ວມ ຂອງພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ທຸກພາກສ່ວນທາງສັງຄົມ ໃນຂະບວນການໂຕະມົນ; ໃຫ້ກອງປະຊຸມໂຕະມົນລະດັບສູງ ມີເນື້ອໃນທີ່ຮັບປະກັນອະນາຄົດຂອງທຸກຄົນ ໂດຍການກຳນົດຍຸດທະສາດການສະໜອງທຶນ ແລະ ການຄຸ້ມຄອງໜີ້ສິນທີ່ຮັດກຸມ ເພື່ອຄຸ້ມຄອງ-ບໍລິຫານໜີ້ສິນແບບຍືນຍົງ ຊຶ່ງຈະສາມາດສະໜອງງົບປະມານ ໃຫ້ແກ່ຂະແໜງການສັງຄົມ; ໃຫ້ເນັ້ນໜັກເຖິງຄວາມສຳຄັນ ຂອງການລົງທຶນໃສ່ຊັບພະຍາກອນມະນຸດ ແລະ ການສ້າງຄວາມເຂັ້ມແຂງຂອງສະຖາບັນ, ຄວາມຍຸຕິທຳ ລວມທັງຄວາມສາມາດໃນການປົກຄອງລັດທີ່ດີ ແລະ ມີປະສິດທິຜົນ. ສະນັ້ນ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແມ່ນໂອກາດດີ ທີ່ຈະກ້າວໄປສູ່ ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີສະຖຽນລະພາບ ພ້ອມທັງຮັບປະກັນບໍ່ໃຫ້ກັບຄືນມາເປັນປະເທດດ້ອຍພັດທະນາອີກ.

ຂ່າວ-ພາບ: ກະຊວງການເງິນ