ກອງປະຊຸມ ກອງປະຊຸມປຶກສາຫາລືກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມເວທີສື່ມວນຊົນອາຊຽນ ຄັ້ງທີ 8 ຈັດຂຶ້ນໃນວັນທີ 22 ພະຈິກ 2023 ໂດຍການເປັນປະທານຂອງ ທ່ານ ໂພສີ ແກ້ວ ມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າ, ກົມຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ປຶກສາຫາລື ແລະ ລາຍງານຄວາມຄືບບັນດາໜ້າວຽກຂອງແຕ່ລະອະນຸກຳມະການ ເຊັ່ນ: ອະນຸກຳມະການກອງເລຂາ ແລະ ເນື້ອໃນ, ອະນຸກຳມະການພິທີການ ແລະ ສະຖານທີ່, ອະນຸກຳມະການໂຄສະນາ-ຂ່າວສານ, ອະນຸກໍາມະການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ອະນຸກໍາມະການສຸຂະພາບ ແລະ ອະນຸກໍາມະການເສດຖະກິດ ແລະ ວຽກອື່ນໆທີ່ກ່ຽວຂ້ອງ.
ຜ່ານການປຶກສາຫາລື ເຫັນວ່າການກະກຽມບັນດາໜ້າວຽກຂອງແຕ່ລະອະນຸກໍາມະການມີຄວາມຄືບໜ້າດີ, ແຕ່ເຖິງແນວໃດກໍຕາມ, ໃນຕອນທ້າຍຂອງກອງປະຊຸມ, ທ່ານ ໂພສີ ແກ້ວມະນີວົງ ໄດ້ເນັ້ນໃຫ້ບັນດາອະນຸກໍາມະການ ສືບຕໍ່ດໍາເນີນການໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ການເປັນ ປະທານກອງປະຊຸມເວທີສື່ມວນຊົນອາຊຽນ ຄັ້ງທີ 8 ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ




