ໃນທ້າຍອາທິດຜ່ານມາ ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 22 ປະຈໍາປີ 2025 ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ໂດຍການເປັນປະທານ ຂອງທ່ານວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳທາ, ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.
ກອງປະຊຸມໄດ້ສະເໜີກ່ຽວກັບງານວາງສະແດງ ຈີນ-ອາຊຽນ, ການເຂົ້າຮ່ວມງານຂອງ ສປປ ລາວ ໃນໄລຍະຜ່ານມາ, ບົດບາດຄວາມສຳຄັນຂອງເມືອງແຫ່ງສະເໜ ແລະ ແຜນການກະກຽມເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 22 ປະຈໍາປີ 2025 ທີ່ນະຄອນໜານໜິງ ສປ ຈີນ, ການສະເໜີກ່ຽວກັບງານວາງສະແດງ ຈີນ-ອາຊຽນ, ບົດບາດຄວາມສຳຄັນຂອງເມືອງແຫ່ງສະເໜ່ ແລະ ແຜ່ນການເຂົ້າຮ່ວມງານປີ 2025, ການສະເໜີແບບຈໍາລອງ ຫ້ອງວາງສະແດງແຫ່ງຊາດລາວ ແບບຈຳລອງເມືອງແຫ່ງສະເໜ່ແຂວງຫຼວງນ້ຳທາ, ການນຳສະເໜີກ່ຽວກັບແຜນການກະກຽມຈັດກອງປະຊຸມສົ່ງເສີມການຄ້າ ແລະ ການລົງທຶນ ລາວ-ຈີນ, ການແລກປ່ຽນບົດຮຽນທີ່ດີຕໍ່ກັບການເຂົ້າຮ່ວມງານວາງສະແດງຈີນ-ອາຊຽນ ຈາກແຂວງຫົວພັນໃນຄັ້ງທີ 21 ຜ່ານມາ. ການຈັດງານວາງສະແດງ ຈີນ-ອາຊຽນ ຕັ້ງແຕ່ເລີ່ມຈັດ ແລະ ມາເຖິງປັດຈຸບັນໄດ້ 21 ຄັ້ງ ຊຶ່ງເລີ່ມແຕ່ປີ 2004 ເປັນຕົ້ນມາ, ໃນປີ 2024 ແຂວງຫົວພັນ ຖືກຄັດເລືອກເປັນເມືອງແຫ່ງສະເໜ່ ເຂົ້າຮ່ວມງານວາງສະແດງດັ່ງກ່າວ ສ່ວນແຂວງຫຼວງນ້ຳທາ ຍັງເປັນແຂວງສັງເກດການ; ມາໃນປີ 2025 ແຂວງຫຼວງນ້ຳທາໄດ້ຖືກຮັບຮອງຈາກລັດຖະບານ ເປັນເມືອງແຫ່ງສະເໜ່ ໃນການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 22 ຢູ່ນະຄອນໜານໜິງ.
ການເຂົ້າຮ່ວມງານດັ່ງກ່າວ, ໃນແຕ່ລະໄລຍະຜ່ານມາ ທາງສູນກາງ ແລະ ທ້ອງຖິ່ນກໍໄດ້ມີການແຕ່ງຕັ້ງຄະນະກຳມະການຮັບຜິດຊອບ ເພື່ອສົມທົບກັນກະກຽມກິດຈະກຳຕ່າງໆ ເພື່ອເຂົ້າຮ່ວມຕາມຫົວຂໍ້ທີ່ທາງ ສປ ຈີນ ໄດ້ແຈ້ງມາ, ກອງເລຂາຂັ້ນສູນກາງກໍໄດ້ລົງມາສົມທົບ ເກັບກຳຂໍ້ມູນ ແລະ ເຮັດວຽກກັບຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ກໍໄດ້ມີການກະກຽມຂໍ້ມູນ, ສ້າງແຜນກິດຈະກຳຕ່າງໆຕື່ມອີກ.
ຂ່າວ: ມຸນຕີ




