ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືການຈັດຕັ້ງປະຕິບັດວຽກງານຮ່ວມມືໃນຂະແໜງການກະສິກໍາ ແລະ ປ່າໄມ້ ອາຊຽນ ແລະ ອາຊຽນ+3

Oct 24, 2024

ຫາລືການຈັດຕັ້ງປະຕິບັດວຽກງານຮ່ວມມືໃນຂະແໜງການກະສິກໍາ ແລະ ປ່າໄມ້ ອາຊຽນ ແລະ ອາຊຽນ+3
ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 46 (The 46th AMAF) ແລະ ກອງປະຊຸມທີ່ກ່ຽວຂ້ອງ (ກອງປະຊຸມລັດຖະມົນຕີກະສິກໍາ ແລະ ປ່າໄມ້ ອາຊຽນ +3 ຄັ້ງທີ 24) The 24th AMAF Plus Three ແລະ ກອງປະຊຸມລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ-ອິນເດຍ ຄັ້ງທີ 8 (The 8th AIMMAF) ໃນຮູບແບບທາງໄກ ຈັດຂຶ້ນໃນລະຫວ່າງ ວັນທີ 24 ຫາ 25 ຕຸລາ 2024 ໂດຍການເປັນເຈົ້າພາບ ຂອງປະເທດມຽນມາ ຄະນະເຂົ້າຮ່ວມ ລວມມີຫົວໜ້າເຈົ້າໜ້າທີ່ອາວຸໂສ ແລະ ພະນັກ ງານວິຊາການທີ່ກ່ຽວຂ້ອງຈາກ ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມນີ້ ແມ່ນເພື່ອທົບທວນຜົນການຈັດຕັ້ງປະຕິບັດວຽກງານຮ່ວມມື
ຂະແໜງການກະສິກໍາ ແລະ ປ່າໄມ້ ອາຊຽນ ແລະ ອາຊຽນ+3 (ສປ ຈີນ ສ ເກົາຫຼີ ແລະ ປະເທດຍີປຸ່ນ) ອາຊຽນ-ອິນເດຍ ໃນຊຸມປີຜ່ານມາ ແລະ ກໍານົດແຜນການຮ່ວມມື ໃນຕໍ່ໜ້າ.
ໃນກອງປະຊຸມ ໄດ້ມີການລາຍງານ ເພື່ອພິຈາລະນາ ແລະ ຮັບຮອງເອົາເອກະສານ ຈໍານວນ 18 ສະບັບ ແລະ ນໍາສະເໜີ 9 ສະບັບ ໃນຂອບການຮ່ວມມືດ້ານຕ່າງໆ ເຊັ່ນ:ດ້ານສະບຽງອາຫານ ກະສິກຳ ປ່າໄມ້ ພືດ ສັດລ້ຽງ ການປະມົງ ສະຫະກອນ ສົ່ງເສີມ ຄົ້ນຄວ້າ ດິນ ແລະ ການຮ່ວມມືກັບບັນດາຄູ່ຮ່ວມພັດທະນາ.
ໃນລະຫວ່າງການເຂົ້າຮ່ວມ ທ່ານລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ໄດ້ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດບູລິມະສິດ ດ້ານເສດຖະກິດ ໃຫ້ແກ່ ສປປ ລາວ ການເປັນປະທານອາຊຽນ ໃນປີ 2024 (Priority Economic Deliverables (PED) for Lao PDR ASEAN Chairmanship 2024) ປະກອບມີ:ແຜນປະຕິບັດງານສໍາລັບຄູ່ມືດ້ານກະສິກໍາ ແບບຍືນຍົງອາຊຽນ (ASEAN Action Plan on Sustainable Agriculture) ແລະ ຄູ່ມືໃນການຫຼຸດຜ່ອນການຈູດພືດ (ASEAN Guidelines for Crop Burning Reduction) ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ຍຸດທະສາດ ຄວາມພະຍາຍາມ ໃນການຫຼຸດຜ່ອນກາກບອນອາຊຽນ ເພື່ອລາຍງານ ແລະ ຮັບຮອງເອົາສອງບູລິມະສິດ ດ້ານເສດຖະກິດ ຂອງຂະແໜງການ ກະສິກໍາ ແລະ ປ່າໄມ້ ໃນການເປັນປະທານອາຊຽນ ໃນປີ 2024.
ທີ່ມາ: ສີພອນ, ວຽງຈັນໃໝ່