ອົງການຊາວໜຸ່ມອາຊຽນ(AYO) ຮ່ວກັບ ສະຖາບັນແມ່ນ້ຳຂອງ ໄດ້ຈັດເວທີປາໄສເສດຖະກິດຊາວໜຸ່ມອາຊຽນ 2024 ໃນວັນທີ 4-5 ເມສາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາເສດຖະກິດ.
ທ່ານ ເຄັນອິຈິ ໂຄບະຢະຊິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ການຈັດເວທີປາໄສຄັ້ງນີ້, ຊາວໜຸ່ມອາຊຽນໄດ້ສົນທະນາ, ປຶກສາຫາລື, ແລກປ່ຽນຄວາມຄິດເຫັນໃນຫົວຂໍ້:”ການຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາເສດຖະກິດ” ແນໃສ່ແກ້ໄຂບັນດາສິ່ງທ້າທາຍ ແລະ ກາລະໂອກາດທີ່ພາກພື້ນອາຊຽນ ແລະ ຍີ່ປຸ່ນ ພວມຜະເຊີນໜ້າໃນການບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການເຕີບໂຕຂອງເສດຖະກິດແບບຍືນຍົງ; ການສຶກສາຄຸນນະພາບ (SDG 4), ການເຮັດວຽກທີ່ເໝາະສົມ ແລະ ການເຕີບໂຕທາງດ້ານເສດຖະກິດ(SDG ), ຂະຫຍາຍການພົວພັນ ແລະ ຄວາມເຂົ້າໃຈກ່ຽວກັບກະສິກຳທີ່ກ້າວໜ້າ, ສ້າງຄວາມສະດວກໃນການສ້າງເຄືອຂ່າຍ ແລະ ການຮ່ວມມືລະຫວ່າງ ບັນດາພາກສ່ວນກ່ຽວຂ້ອງໃນລະບົບອາຫານກະສິກຳ ເພື່ອສົ່ງເສີມການແບ່ງປັນຄວາມຮູ້ ແລະ ການມີສ່ວນຮ່ວມຂອງຊຸມຊົນ ເພື່ອທຸລະກິດກະສິກຳແບບຍືນ ຍົງ, ປະຕິບັດຍຸດທະສາດນະວັດຕະກໍາ ເພື່ອແກ້ໄຂສິ່ງທ້າທາຍດ້ານຄວາມປອດໄພດ້ານສະບຽງອາຫານ.
ງານຄັ້ງນີ້ ເປັນໂອກາດທີ່ດີຂອງຊາວໜຸ່ມ ໃນການຮ່ວມກັນແລກປ່ຽນຄວາມຄິດຄວາມເຫັນ ໃນການພັດທະນານະວັດຕະກໍາ ເພື່ອແກ້ໄຂສິ່ງທ້າທາຍ ດ້ານຄວາມໝັ້ນຄົງດ້ານສະບຽງອາຫານໃນພາກພື້ນອາຊຽນ, ຊຸກຍູ້ການຮ່ວມມື ແລະ ແບ່ງປັນຄວາມຮູ້, ເວທີປາໄສ ເພື່ອແນໃສ່ປະກອບສ່ວນເຂົ້າໃນການບັນລຸໄດ້ ເປົ້າໝາຍການພັດທະນາແບບຢືນຢົງ (SDGs) ຂອງສະຫະປະຊາຊາດ ແລະ ຊຸກຍູ້ການພັດທະນາແບບຍືນຍົງໃຫ້ຄົນຮຸ່ນຫລັງ.
ຂ່າວ: ກິດຕາ
ພາບ: ເກດສະໜາ





