ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືການປັບປຸງຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

May 22, 2025

ໃນລະຫວ່າງວັນທີ 21-22 ພືດສະພານີ້ ຢູ່ໂຮງແຮມຈໍາປາສັກແກຣນ ແຂວງຈໍາປາສັກ, ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຊສ) ແຂວງຈໍາປາສັກ ໄດ້ຈັດກອງປະຊຸມປຶກສາຫາລື ຂັ້ນແຂວງ (ພາກໃຕ້) ກ່ຽວກັບການປັບປຸງຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ 2026-2030 ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ລາວ.
ທ່ານ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກ ຊສ ແຂວງຈໍາປາສັກ ມີຄໍາເຫັນວ່າ: ບັນດາແຂວງພາກໃຕ້ຂອງລາວ ຖືໄດ້ວ່າຍັງມີຄວາມອຸດົມສົມບູນ, ເຕັມໄປດ້ວຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ໂດຍສະເພາະແມ່ນ ແຂວງຈໍາປາສັກ ຊຶ່ງເປັນທີ່ຕັ້ງຂອງເຂດອະນຸລັກດິນບໍລິເວນນໍ້າຣາມຊ່າ ຄື: ບຶງກຽດໂງ້ງ. ຜ່ານມາ, ຄະນະພັກ – ອົງການປົກຄອງແຂວງ ກໍໄດ້ເອົາໃຈໃສ່ນໍາພາ – ຊີ້ນໍາວຽກງານອະນຸລັກ ແລະ ປົກປັກຮັກສາຊີວະນາໆພັນ ເພື່ອໃຫ້ມີຄວາມຍືນຍົງ, ແຕ່ການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າຍັງມີຄວາມຫຍຸ້ງຍາກຫຼາຍປະການ. ຍ້ອນແນວນັ້ນ, ໃນກອງປະຊຸມຄັ້ງນີ້ ພວກເຮົາຈຶ່ງມີຄວາມກະຕືລືລົ້ນທີ່ຈະໄດ້ຮັບບົດຮຽນ ແລະ ປະສົບປະການໃໝ່ ຈາກການປຶກສາຫາລືໃນກອງປະຊຸມຄັ້ງນີ້.
ທ່ານ ຕ້ອມ ໄຊສົງຄາມ ຜູ້ຕາງໜ້າຂອງອົງການ ຢູເອັນດີພີ ປະຈໍາ ສປປ ລາວ ກໍມີຄໍາເຫັນວ່າ:
ໃນຖານະທີ່ເປັນຄູ່ຮ່ວມມືທີ່ສໍາຄັນຂອງລັດຖະບານ ສປປ ລາວ, ອົງການ ຢູເອັນດີພີ ມີຄວາມພູມໃຈ ທີ່ໄດ້ຮັບທຶນ ຈາກກອງທຶນສິ່ງແວດລ້ອມທົ່ວໂລກ ເພື່ອຊ່ວຍລັດຖະບານໃນການພັດທະນາຍຸດທະສາດ ແລະ ແຜນ ດໍາເນີນງານຊີວະນາໆພັນແຫ່ງຊາດ 2026-2030 ເພື່ອສ້າງຄາດໝາຍ ແລະ ບັນດາໜ້າວຽກຈຸດສຸມ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍທາງຊີວະນາໆພັນສາກົນ. ສປປ ລາວ ອຸດົມສົມບູນໄປດ້ວຍຊີວະນາໆພັນ, ມີຫຼາຍຊະນິດພັນທີ່ເປັນເອກະລັກ ແລະ ຮັບຮູ້ ເຖິງບົດບາດສໍາຄັນທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ມີບົດບາດໃນການສ້າງຜົນປະໂຫຍດຫຼາຍຢ່າງທາງດ້ານລະບົບນິເວດ, ລວມທັງອາຫານ, ຢາ, ການຈ້າງງານ ແລະ ນໍ້າສະອາດ.
ທ່ານ ເທວະລັກ ພອນແກ້ວ ຮອງຫົວໜ້າກົມສິ່ງແວດລ້ອມ ກໍມີຄໍາເຫັນວ່າ: ມາຮອດປັດຈຸບັນ, ພວກເຮົາໄດ້ສໍາເລັດຮ່າງທໍາອິດຂອງຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນ ສະບັບປັບປຸງໃໝ່ ແລະ ໄດ້ດໍາເນີນຂະບວນການປຶກສາຫາລື ແລະ ທາບທາມ ໃນກອງປະຊຸມຂັ້ນສູງກາງ ແລະ ຂັ້ນແຂວງ ທັງ 2 ພາກ ຄື: ພາກເໜືອ ແລະ ພາກກາງ. ກອງປະຊຸມຄັ້ງນີ້, ຖືເປັນກອງປະຊຸມທາບທາມຂັ້ນແຂວງ ທາງພາກໃຕ້. ຈຸດປະສົງ ກໍເພື່ອເຜີຍແຜ່ຮ່າງສະບັບທໍາອິດ ຂອງຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ ສະບັບປັບປຸງໃໝ່, ເຜີຍແຜ່ການຈັດຕັ້ງປະຕິບັດວຽກງານ ຂອງ 2 ອະນຸສັນຍາ ພາຍໃຕ້ ສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ວຽກງານຂອງຂະແໜງການທີ່ກ່ຽວຂ້ອງ ພ້ອມທັງຮັບຟັງຄໍາຄິດເຫັນ ຈາກທຸກຂະແໜງການທີ່ກ່ຽວຂ້ອງ ຂອງບັນດາແຂວງທາງພາກໃຕ້ ເພື່ອໃຫ້ຍຸດທະສາດ ແລະ ແຜນດໍາເນີນງານ ຊີວະນາໆພັນແຫ່ງຊາດ ປີ 2026 – 2030 ສະບັບປັບປຸງໃໝ່ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ, ຮັບປະກັນໃຫ້ສະທ້ອນເຖິງຄວາມຮຽກຮ້ອງຕ້ອງການຕົວຈິງໃນດ້ານການອະນຸລັກ ແລະ ນໍາໃຊ້ຊີວະນາໆພັນແບບຍື່ນຍົງ ໃນແຕ່ລະພາກ ຂອງ ສປປ ລາວ. ໃນກອງປະຊຸມ, ໄດ້ນໍາສະເໜີຄວາມເປັນມາໂດຍຫຍໍ້ກ່ຽວກັບຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ; ນໍາສະເໜີຮ່າງ ຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ ສະບັບປັບປຸງໃໝ່ ເຊິ່ງຍົກໃຫ້ເຫັນຂໍ້ມູນໂດຍຫຍໍ້ກ່ຽວກັບ ສປປ ລາວ, ສະຖານະ ແລະ ທ່າອ່ຽງອ່ຽງຂອງຊີວະນາໆພັນໂລກ, ຂໍ້ມູນພື້ນຖານກ່ຽວກັບຊີວະນາໆພັນ ໃນ ສປປ ລາວ, ການປະເມີນຄວາມສອດຄ່ອງຂອງຍຸດທະສາດ ແລະ ແຜນດໍາເນີນງານ ຊີວະນາໆພັນແຫ່ງຊາດ 2016 – 2025 ກັບ ຂອບແຜນງານການຮ່ວມມື ຊີວະນາໆພັນສາກົນ ຄຸນໝິງ – ມົງເຣອານ, ການວິເຄາະສະພາບການຂອງການປົກປັກຮັກສາ ແລະ ການນໍາໃຊ້ຊີວະນາໆພັນທີ່ຍືນຍົງຂອງ ສປປ ລາວ.
ຂ່າວ-ພາບ: ທູນທອງໃຈ