ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືການປັບປຸງ-ຄຸ້ມຄອງສຸຂະພາບຂອງແມ່ຍິງຖືພາ ແລະ ແມ່ຍິງລາວ

May 30, 2025

ກອງປະຊຸມຂອງສະມາຄົມການແພດ ນາລີເວດ-ສູຕິສາດ ລາວ ຄັ້ງທີ 16 ພາຍໃຕ້ຫົວຂໍ້ ການແກ້ໄຂສິ່ງຄ້າງຄາທາງດ້ານ ນາລີເວດ-ສູຕິສາດ ສໍາລັບອະນາຄົດ ເພື່ອໃຫ້ບັນລຸຕາມຕົວຊີ້ບອກທີ່ໄດ້ວາງໄວ້ ຈັດຂຶ້ນໃນວັນທີ 28 ພຶດສະພາ 2025 ເພື່ອປຶກສາຫາລື, ແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ ໂດຍສະເພາະ ປະສົບການຕ່າງໆທີ່ພົບໃນແຕ່ລະໂຮງໝໍໃນທົ່ວປະເທດ. ທັງນີ້, ກໍເພື່ອປັບປຸງ ແລະ ຄຸ້ມຄອງສຸຂະພາບຂອງແມ່ຍິງຖືພາ ແລະ ແມ່ຍິງລາວ ໃຫ້ໄດ້ຮັບການບໍລິການ ແລະ ການປິ່ນປົວທີ່ດີທົ່ວປະເທດ.
ກອງປະຊຸມໃນຄັ້ງນີ້, ແນໃສ່ເພື່ອເບິ່ງແຍງແມ່ຍິງຖືພາ ແລະ ແມ່ຍິງລາວ ໃຫ້ມີສຸຂະພາບທີ່ສົມ ບູນ ດ້ວຍການປິ່ນປົວທີ່ມີຄຸນນະພາບ ຕາມມາດຕະຖານສາກົນ ເພື່ອຊ່ວຍຫລຸດຜ່ອນການເຈັບເປັນ ແລະ ເສຍຊິວິດຂອງແມ່ ເນື່ອງຈາກການເສຍຊິວິດຂອງແມ່ ຍັງເປັນໜຶ່ງເງື່ອນໄຂທີ່ຈະເຮັດໃຫ້ປະເທດລາວຫລຸດພົ້ນອອກຈາກຄວາມທຸກຍາກໃນ ປີ 2030 ທີ່ລັດຖະບານໄດ້ວາງໄວ້, ເຖິງວ່າໃລຍະຜ່ານມາ ອັດຕາການຕາຍຂອງແມ່ ຈະຫລຸດລົງຢ່າງຕໍ່ເນື່ອງກໍຕາມ ແຕ່ຍັງບໍ່ທັນບັນລຸຕາມເປົ້າໝາຍທີ່ກໍານົດໄວ້. ສະນັ້ນ, ວຽກງານການປ້ອງກັນ ແລະ ສົ່ງເສີມສຸຂະພາບແມ່ຍິງ ແລະ ແມ່ຖືພາ ແມ່ນມີຄວາມສຳຄັນຫລາຍ ເພື່ອເຮັດໃຫ້ແມ່ຍິງລາວມີສຸຂະພາບທີ່ດີ ແລະ ການທີ່ຈະບັນລຸເປົ້າໝາຍດັ່ງກ່າວໄດ້ ຈໍາເປັນຕ້ອງຮຽກຮ້ອງໃຫ້ມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ-ສາກົນ, ພ້ອມທັງການຮ່ວມມືທີ່ດີຂອງປະຊາຊົນ.
ທ່ານ ນາງ ແກ້ວເກດທອງ ພົງສະຫັວນ ປະທານສະມາຄົມການແພດ ນາລີເວດ-ສູຕິສາດລາວ ໄດ້ໃຫ້ຮູ້ວ່າ: ແພດປະສູດ-ພະຍາດຍິງ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕັ້ງແຕ່ເລີ່ມມີການກໍ່ສ້າງແພດຊ່ຽວຊານປະສູດ-ພະຍາດຍິງ ແຕ່ປີ 2006-2025 ມີແພດຊ່ຽວຊານປະສູດ-ພະຍາດຍິງ ຂັ້ນ I ທັງໝົດ 117 ຄົນ (ສູນກາງ 85 ຄົນ, ຕ່າງແຂວງ 92 ຄົນ) ແລະ ກໍາລັງຮຽນໃນປີ 2025 ມີ 39 ຄົນ. ສ່ວນແພດຊ່ຽວຊານ ຂັ້ນ II ແມ່ນກໍາລັງກະກຽມຫລັກສູດ ແລະ ອາຈານສອນ ໃນມະຫາວິທະໄລ ຫລັກສູດມະເຮັງພະຍາດຍິງ, ໃນດ້ານວິຊາການເຫັນວ່າ ທ່ານໝໍ, ແພດຊ່ຽວຊານປະສູດ-ພະຍາດຍິງ ມີຄວາມເຂັ້ມແຂງໃນລະດັບມາດຕະຖານຂອງຂົງເຂດ, ໃນການໃຫ້ບໍລິການປິ່ນປົວ ຫາກມີກໍລະນີທີ່ຄົນເຈັບມີອາການສຸກເສີນຕ່າງໆ ຊອກຫາບັນຫາທີ່ເປັນສາເຫດຂອງການເຈັບເປັນ ແລະ ເສຍຊິວິດເພື່ອນຳມາສູ່ວິທີແກ້ໄຂຊ່ວຍກັນເລິກເຊິ່ງ ນັບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ ໃຫ້ມີການປະສານງານທີ່ມີຄຸນນະພາບໃນການສົ່ງຕໍ່ຄົນເຈັບ ລະຫວ່າງໂຮງໝໍ ຂັ້ນຕ່າງໆໃຫ້ຖືກຕ້ອງ, ທັນເວລາ ແລະ ຮັບປະກັນຄວາມປອດໄພ ເພື່ອຮັບປະກັນຄຸນນະພາບຂອງ ວຽກງານນາລີເວດ-ສູຕິສາດຂອງລາວເຮົາ ໃຫ້ທຽມເທົ່າສາກົນ.
ຂໍ້ມູນ-ພາບ: ສູນຂ່າວສານການແພດສຸຂະສຶກສາ