ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືການສະໜອງທຶນເພື່ອການເຕີບໂຕທີ່ທົນທານ ຕໍ່ການປ່ຽນແປງດິນຟ້າອາກາດ

Apr 4, 2025

ທະນາຄານພັດທະນາອາຊີ (ADB) ຮ່ວມກັບ ກະຊວງການເງິນ ຈັດກອງປະຊຸມປຶກສາຫາລືກ່ຽວກັບການຂະຫຍາຍການສະໜອງທຶນ ເພື່ອການເຕີບໂຕທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດໃນ ສປປ ລາວ ໃນວັນທີ 3 ເມສາ 2025 ຢູ່ແຂວງຫລວງພະບາງ ໂດຍມີພາກສ່ວນກ່ຽວຂ້ອງຂອງລັດຖະບານ, ຄູ່ຮ່ວມພັດທະນາ ແລະ ຊ່ຽວຊານຈາກຂະແໜງການຕ່າງໆ ເຂົ້າຮ່ວມ.
ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ໄດ້ໃຫ້ຮູ້ວ່າ: ການປຶກສາຫາລືກ່ຽວກັບຄວາມບອບບາງ ແລະ ສິ່ງທ້າທາຍໃນການຮັບມືກັບໄພພິບັດທຳມະຊາດ ແລະ ການຂະຫຍາຍຂອບເຂດການແກ້ບັນຫາທາງການເງິນ ຈະຊ່ວຍໃຫ້ສາມາດກຳນົດຍຸດທະສາດຂອງ ລັດຖະບານ ໂດຍສະເພາະແມ່ນກະຊວງການເງິນ ໄດ້ໂດຍກົງ ໃນຂະນະທີ່ພວກເຮົາກຳລັງປັບປຸງແຜນການລົງທຶນຂອງປະເທດ ໃຫ້ສອດຄ່ອງກັບສະພາບອາກາດການປ່ຽນແປງດິນຟ້າອາກາດ ແລະ ລໍາດັບຄວາມສຳຄັນຂອງການພັດທະນາປະເທດ.
ໂອກາດນີ້, ທ່ານ ພູວົງ ຫລວງໄຊຊະນະ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ກອງປະຊຸມປຶກສາຫາລືໃນຄັ້ງນີ້, ລະບຸເຖິງໄພພິບັດສຳຄັນທີ່ເກີດຈາກ ສະພາບດິນຟ້າອາກາດ ທີ່ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ ສປປ ລາວ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນ ຂອງການເພີ່ມທະວີການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອເຂົ້າເຖິງແຫລ່ງທຶນ ໂດຍແນໃສ່ສົ່ງເສີມຄວາມທົນທານ ຄວາມອາດສາມາດປັບຕົວຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ, ພ້ອມທັງການປະສານສົມທົບກັນພິຈາລະນາ ເຖິງສະພາບຂອງດິນຟ້າອາກາດ ເຂົ້າໃນການວາງແຜນລະດັບຊາດ. ບັນດາໜ່ວຍງານລັດຖະບານ ທັງຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ປຶກສາຫາລືກັນກ່ຽວກັບຄວາມບອບບາງ ແລະ ສິ່ງທ້າທາຍຂອງ ສປປ ລາວ ໃນການຮັບມືກັບໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງທີ່ເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນ ຊຶ່ງສົ່ງຜົນກະທົບຕໍ່ຫລາຍຂະແໜງການ ລວມທັງຂະແໜງການເງິນ, ໂຍທາ, ສິ່ງແວດລ້ອມ, ກະສິກຳ, ການຄ້າ ແລະ ອຸດສາຫະກຳ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ການພັດທະນາຕົວເມືອງ.
ທ່ານນາງ ແຊນນີ ແຄັມເບລ ຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ: ADB ປະສົມປະສານການສະໜອງທຶນ ກັບຄວາມຊ່ຽວຊານທາງດ້ານເຕັກນິກວິຊາການຢ່າງເລິກເຊິ່ງ ເພື່ອຊ່ວຍ ສປປ ລາວ ຜັນຂະຫຍາຍບັນດາເປົ້າໝາຍ ດ້ານຄວາມທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ ຂອງຕົນໃຫ້ເປັນໂຄງການທີ່ດຶງດູດການລົງທຶນທີ່ຍືນຍົງຈາກຕະຫລາດທຶນ, ກອງປະຊຸມປຶກສາຫາລືຄັ້ງນີ້, ຖືເປັນບາດກ້າວສໍາຄັນ ໃນການວາງແນວທາງການລົງທຶນຂອງລັດຖະບານ ໃຫ້ສອດຄ່ອງກັບເປົ້າໝາຍດ້ານຄວາມທົນທານ ຕໍ່ສະພາບດິນຟ້າອາກາດ, ຜູ້ຊ່ຽວຊານຈາກ ADB ແລະ ລັດຖະບານ ຍັງໄດ້ຮ່ວມກັນລະດົມຄວາມຄິດວ່າ ບັນດາຂະແໜງການຂອງເສດຖະກິດ ທີ່ແຕກຕ່າງກັນສາມາດລົງທຶນໃນມາດຕະການສ້າງຄວາມທົນທານໄດ້ແນວໃດ ເຊິ່ງເຂົາເຈົ້າໄດ້ກໍານົດໂອກາດ ສໍາລັບແຜນໂຄງການສະໜັບສະໜູນຂອງ ADB ເພື່ອເພີ່ມທະວີຄວາມທົນທານ ແລະ ໄດ້ປຶກສາຫາລືເຖິງວິທີການເຂົ້າເຖິງແຫລ່ງທຶນ, ພ້ອມທັງການຊ່ວຍເຫລືອທາງດ້ານວິຊາການສໍາລັບໂຄງການເຫລົ່ານີ້. ADB ຈະສືບຕໍ່ສະໜັບສະໜູນກະຊວງການເງິນ ແລະ ບັນດາກະຊວງອື່ນໆ ໃນການພັດທະນາໂຄງການລົງທຶນໃໝ່ ທີ່ຈະຊຸກຍູ້ການເຕີບໂຕທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ໂດຍການປຶກສາຫາລືຢ່າງໃກ້ຊິດກັບກັບບັນດາຄູ່ຮ່ວມພັດທະນາຕ່າງໆ.
May be an image of 3 people and text that says 'Mel MelBarlow Barlow Ambassador itish Embassy H.E. Phouvong Luangxaysana Vice| Minister MONRE Shanny ShannyCam Cam CountryDireo Countn ADBOBM M AD'