ກອງປະຊຸມຄະນະຊີ້ນໍາລະດັບຊາດ ຄັ້ງທີ IV ເພື່ອກະກຽມ ແລະ ເຂົ້າຮ່ວມງານວາງສະ ແດງໂລກ (World EXPO 2025) ຈັດຂຶ້ນໃນວັນທີ 23 ທັນວາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ເຂົ້າຮ່ວມງານວາງສະແດງໂລກ EXPO 2025 Osaka ຂອງ ສປປ ລາວ ມີທ່ານຮອງລັດຖະມົນຕີ ຜູ້ຕາງໜ້າຈາກບັນດາກະຊວງ ພ້ອມດ້ວຍຄະນະຊີ້ນໍາລະດັບຊາດ ຫົວ ໜ້າກົມ ຄະນະຊີ້ນຳ ແລະ ກອງເລຂາ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ກ່າວວ່າ:ງານວາງສະແດງໂລກ ມີຈຸດປະສົງ ເພື່ອສົ່ງເສີມຄວາມກ້າວໜ້າ ເຜີຍແຜ່ຂໍ້ມູນແກ່ສາທາລະນະຊົນ ແລະ ຍົກສູງການຮ່ວມມື ລະຫວ່າງບັນດາປະເທດ ແລະ ອົງກອນຕ່າງໆໃນໂລກ ທັງເປັນເວທີພົບປະທີໃຫຍ່ທີ່ສຸດໃນໂລກ ໂດຍສະເພາະແມ່ນການຮວມຕົວຂອງບັນດາປະເທດພາກທຸລະ ກິດ ອົງການຈັດຕັ້ງ ຂະແໜງການຕ່າງໆ ເຊິ່ງກິດຈະກຳປະກອບດ້ວຍ ງານວາງສະແດງ ການເຝິກອົບຮົມ Live Show ການປະຊຸມ ແລະ ອື່ນໆ ເຊິ່ງຈັດຂຶ້ນທຸກໆ 5 ປີ ໄລຍະເວລາ 6 ເດືອນ ສໍາລັບ ສປປ ລາວ ໃນຄັ້ງນີ້ ຈະເຂົ້າຮ່ວມເປັນຄັ້ງທີ 6 ນັບຈາກປີ 2000 ທີ່ຮັນໂນເວີ ເຢຍລະມັນ ປີ 2005 ທີ່ໄອຈິ ຍີ່ປຸ່ນ ປີ 2010 ທີ່ຊຽງໄຮ ສປ ຈີນ ປີ 2015 ທີ່ມິລານ ອີຕາລີ ປີ 2020 ທີ່ສະຫະລັດອາຣັບເອມີເຣດ ແລະ ປີ 2025 ທີ່ຍີ່ປຸ່ນ ເຊິ່ງຫ້ອງວາງສະແດງແຫ່ງຊາດລາວ ຖືກຈັດຢູ່ໃນເຂດ: ຄວາມຢູ່ລອດຂອງຊີວິດ (Saving Lives).
ໃນກອງປະຊຸມຄະນະຊີ້ນໍາລະດັບຊາດ ໃນໄລຍະທີ່ຜ່ານມາ ໄດ້ເປັນເອກະພາບ ກຳນົດເອົາຫົວຂໍ້ຫ້ອງວາງສະແດງແຫ່ງຊາດລາວ ໃນຫົວຂໍ້: ການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງຂອງ ສປປ ລາວ (Green Growth and Sustainable Development in Lao PDR) ເຊິ່ງຈະເປັນການນໍາສະເໜີ “ຍຸດທະສາດການເຕີບ ໂຕ ສີຂຽວແຫ່ງຊາດ ຂອງ ສປປ ລາວ ເຖິງປີ 2030” ທີ່ເປັນຍຸດທະສາດອັນສໍາຄັນໜຶ່ງ ໃນແນວທາງນະໂຍບາຍຂອງພັກ ແລະ ລັດຖະບານລາວ ສະແດງອອກໃນວິໄສທັດຮອດປີ 2030 ຍຸດທະສາດ 10 ປີ (2016-2025) ແລະ ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ຕິດພັນກັບການບັນລຸເປົ້າໝາຍການພັດທະນາຍືນຍົງ (SDGs).
ພາຍໃນຫ້ອງວາງສະແດງແຫ່ງຊາດລາວ ຈະແບ່ງອອກເປັນ 5 ເຂດ ນໍາສະເໜີຄື: ເຂດນໍາສະເໜີກ່ຽວກັບ ສປປ ລາວ ເຂດນໍາສະເໜີຍຸດທະສາດ ແລະ ເປົ້າໝາຍການພັດທະນາສີຂຽວຕາມທິດຍືນຍົງ ເຂດນໍາສະເໜີໝາກຜົນຂອງການພັດທະນາສີຂຽວແບບຍືນຍົງ ບັນດາໂຄງການພັດທະນາກະສິກຳສີຂຽວ ແລະ ຍືນຍົງ ໂຄງການອຸດສາ ຫະກຳສີຂຽວ ໂຄງການພະລັງງານສະອາດ ແລະ ໂຄງການທ່ອງທ່ຽວແບບອະນຸ ລັກ ເປັນມິດກັບທຳມະຊາດ ເຂດນໍາສະເໜີສິນຄ້າ ແລະ ຜະລິດຕະພັນສີຂຽວ ແລະ ຍືນຍົງ ແລະ ເຂດນໍາສະເໜີເສດຖະກິດສີຂຽວຕາມທິດຍືນຍົງ.
ເຖິງຢ່າງໃດກໍດີ ສໍາລັບວຽກງານພື້ນຖານໃນການກະກຽມເຂົ້າຮ່ວມງານດັ່ງກ່າວ ຖືວ່າສໍາເລັດເປັນສ່ວນໃຫຍ່ ເພື່ອເຮັດໃຫ້ວຽກງານຕ່າງໆສາມາດຈັດຕັ້ງປະຕິບັດ ໄດ້ຢ່າງທ່ວງທັນຕາມແຜນ ຈຶ່ງຮຽກຮ້ອງມາຍັງຄະນະຊີ້ນໍາລະດັບຊາດ ໃນການປະກອບຄໍາເຫັນເພີ່ມເຕີມຮ່ວມກັນ ໃນບັນດາວຽກທີ່ຈະໄດ້ສືບຕໍ່ວາງແຜນ ກະກຽມ ໂດຍສະເພາະ ການປະກອບຄະນະຜູ້ແທນເຂົ້າຮ່ວມງານ ການຈັດກອງປະຊຸມ ແລະ ກິດຈະກຳປິ່ນອ້ອມງານວາງສະແດງ ໂດຍສະເພາະ ງານວັນລາວ ແລະ ກອງປະຊຸມສົ່ງເສີນການຄ້າ ການລົງທຶນ ແລະ ທ່ອງທ່ຽວ ການສ້າງແຜນພະນັກງານປະຈໍາການ ວຽກງານງົບປະມານ ວີທີການລະດົມທຶນ ແລະ ທຸລະກິດເຂົ້າຮ່ວມງານ ເຊິ່ງມີຄວາມຈໍາເປັນຈະຕ້ອງເຮັດສໍາເລັດ ພາຍໃນຕົ້ນປີ 2025 ນີ້.
ສໍາລັບງານວາງສະແດງໂລກ ຫຼື World EXPO 2025 ຈະຈັດຂຶ້ນໃນວັນທີ 13 ເມສາ ຫາ 13 ຕຸລາ 2025 ທີ່ເມືອງໂອຊາກາ ແຂວງຄັນໄຊ ປະເທດຍີ່ປຸ່ນ.
ທີ່ມາ: ວຽງຈັນໃໝ່





