ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືກ່ຽວກັບການພັດທະນາປ່າໄມ້ໃນອຸດທິຍານແຫ່ງຊາດ ຫີນໜາມໜໍ່ ແລະ ປ່າຜະລິດແຫ່ງຊາດດົງພູຊອຍ

Nov 7, 2024

ກອງປະຊຸມເຜີຍແຜ່, ຮັບຟັງຄຳເຫັນ ແລະ ປຶກສາຫາລື ສຶກ ສາຄວາມເປັນໄປໄດ້ ໃນການພັດທະນາໂຄງການຫລຸດຜ່ອນທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້, ເຮັດໃຫ້ປ່າໄມ້ຊຸດໂຊມ ແລະ ການພັດທະນາປ່າໄມ້ໃນອຸດທິຍານແຫ່ງຊາດ ຫີນໜາມໜໍ່ ແລະ ປ່າຜະລິດແຫ່ງຊາດດົງພູຊອຍ ຈັດຂຶ້ນໃນວັນທີ 6 ພະຈິກ 2024 ທີ່ຫ້ອງວ່າການແຂວງຄຳມ່ວນ.
ກອງປະຊຸມ, ໄດ້ເຜີຍແຜ່ບົດບັນທຶກຄວາມເຂົ້າໃຈ(MOU) ວ່າດ້ວຍ ການຮ່ວມມື ສຶກສາ-ສໍາຫລວດພື້ນທີ່ ຄວາມເປັນໄປໄດ້ໃນການພັດທະນາໂຄງການ ຫລຸດຜ່ອນທາດອາຍເຮືອນແກ້ວ ໃນຂະແໜງການກະສິກຳ ແລະ ປ່າໄມ້ ລະຫວ່າງກະຊວງກະສິກໍາ ແລະ ປ່າໄມ້ ແລະ ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ສະບັບຄັ້ງວັນທີ 1 ມີນາ 2024. ພ້ອມນີ້, ຍັງໄດ້ຟັງຄວາມຄິດເຫັນປຶກສາ ຫາລືຜູ້ມີສ່ວນຮ່ວມ ກັບໂຄງການສິນເຊື່ອກາກບອນ ເຊິ່ງກຸ່ມບໍລິສັດພົງຊັບທະວີ ໄດ້ເຊັນສັນຍາ MOU ຮ່ວມກັບລັດຖະບານແລ້ວ ໃນເນື້ອທີ່ ທັງໝົດ 584.218 ເຮັກຕາ, ຕາມກໍານົດ ເປົ້າ ໝາຍ 950.000 ເຮັກຕາ.
ສໍາລັບແຂວງຄໍາມ່ວນ ແມ່ນກວມເອົາ 2 ເຂດຄື: ເຂດອຸທິ ຍານແຫ່ງຊາດ ຫີນໜາມໜໍ່, ເນື້ອທີ່ 82.000 ເຮັກຕາ ແລະ ປ່າຜະລິດແຫ່ງຊາດ ດົງພູຊອຍ, ເນື້ອທີ່ 147.406 ເຮັກຕາ. ທັງນີ້, ກໍເພື່ອປົກປັກຮັກສາ ແລະ ພື້ນຟູປ່າໄມ້ ໃຫ້ໄດ້ຕາມນະໂຍບາຍ ແລະ ແຜນການ (ພື້ນທີ່ປ່າໄມ້ກວມເອົາ 70% ຂອງພື້ນທີ່ທົ່ວປະເທດ) ກໍຄື ສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບການຄຸ້ມຄອງປ່າໄມ້, ຫລຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ເປັນຕົ້ນແມ່ນ ອາຍກາກໂບນິກ CO2, ເມຕານ CH4, ນີເຕີດີອົກຊິດ N2O ເຊິ່ງເປັນສາເຫດຕົ້ນຕໍ ເຮັດໃຫ້ໂລກຮ້ອນ ແລະ ການປ່ຽນ ແປງດິນຟ້າອາກາດ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ໃຫ້ຫລາຍ ແລະ ມີປະສິດທິຜົນສູງ.
ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນ ຄົ້ນຄ້ວາປຶກສາ ຫາລື ແລະ ປະກອບຄໍາຄິດ, ຄໍາເຫັນ ເພື່ອເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ສໍາເລັດ, ເພື່ອຜົນປະ ໂຫຍດຂອງຊາດ ແລະ ປະຊາຊົນບັນດາເຜົ່າ ຢູ່ອ້ອມຂ້າງເຂດໂຄງການໃນອະນາຄົດ.
ຂ່າວ-ພາບ:ກອງຄໍາ