ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືກ່ຽວກັບຄວາມຄືບໜ້າ ແລະ ບັນຫາທີ່ຕ້ອງແກ້ໄຂ ໃນການກະກຽມງານຊາປະນະກິດສະຣິຣະສັງຂານ ແລະ ການບຳເພັນກຸສົນ ອະດິດປະທານສູນກາງ ອພສ ແຫ່ງ ສປປ ລາວ

May 13, 2025

ຫາລືກ່ຽວກັບຄວາມຄືບໜ້າ ແລະ ບັນຫາທີ່ຕ້ອງແກ້ໄຂ ໃນການກະກຽມງານຊາປະນະກິດສະຣິຣະສັງຂານ ແລະ ການບຳເພັນກຸສົນ ອະດິດປະທານສູນກາງ ອພສ ແຫ່ງ ສປປ ລາວ
ກອງປະຊຸມປຶກສາຫາລື ກ່ຽວກັບຄວາມຄືບໜ້າ ແລະ ບັນຫາທີ່ຕ້ອງແກ້ໄຂ ໃນການກະກຽມງານຊາປະນະກິດສະຣິຣະສັງຂານ ແລະ ການບຳເພັນກຸສົນ ພະອາຈານໃຫຍ່ມະຫາ ບຸນມາ ສິມມາພົມ ອະດິດປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ຈັດຂຶ້ນວັນທີ 12 ພຶດສະພາ 2025 ທີ່ຫໍທຳມະສະພາ ພະທາດຫຼວງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຫົວໜ້າຄະນະຮັບຜິດຊອບ ແລະ ພະອາຈານໃຫຍ່ ອ່ອນແກ້ວ ສິດທິວົງ ຜູ້ຊ່ວຍປະທານອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ຜູ້ຊີ້ນຳ ອພສ 8 ແຂວງພາກເໜືອ ພ້ອມດ້ວຍຄະນະຮັບຜິດຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານຜ່ານມາ ແລະ ແຜນວຽກແຕ່ນີ້ຮອດມື້ຊາປະນະກິດ ຈາກບັນດາອະນຸກໍາມະການຕ່າງໆ ຈາກນັ້ນ ທ່ານປະທານ ສນຊ ກໍ່ໄດ້ສັງລວມຄໍາຄິດຄໍາເຫັນ ແລະ ເນັ້ນບາງບັນຫາແຜນວຽກ ເພື່ອໃຫ້ພິທີຊາປະນະກິດສະຣິຣະສັງຂານ ໄດ້ດໍາເນີນຕາມແຜນການທີ່ວາງໄວ້.
ຂ່າວ-ຮູບ: ລີ, ວຽງຈັນໃຫມ່