ກອງປະຊຸມປຶກສາຫາລືທາບທາມ ຄວາມເປັນໄປໄດ້ໃນການຈັດກອງປະຊຸມ ເວທີສື່ມວນຊົນອາຊຽນ ຄັ້ງທີ 8 ທີ່ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 8 ພຶດສະພາ 2024 ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໂດຍການເປັນປະທານຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ.
ກອງປະຊຸມໄດ້ປຶກສາຫາລືກັນໃນຂັ້ນເບື້ອງຕົ້ນກ່ຽວກັບຄວາມເປັນໄປໄດ້ໃນການຈັດກອງປະຊຸມ ເວທີສື່ມວນຊົນອາຊຽນ ຄັ້ງທີ 8 ທີ່ນະຄອນຫລວງວຽງຈັນ ເຊິ່ງກະຊວງການຕ່າງປະເທດ ສະເໜີທາບທາມໃຫ້ຈັດໃນໄຕມາດທີ 3 ຫລື 4 ປີ 2024 ທີ່ ນະຄອນຫລວງວຽງຈັນ ເຊິ່ງອາດຈັດໃນໄລຍະກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໃນເດືອນ ກໍລະກົດ 2024 ຫລື ໃນໄລຍະກອງປະຊຸມສຸດຍອດອາຊຽນ ໃນເດືອນ ຕຸລາ 2024 ຫລື ຈະຈັດແຍກຕ່າງຫາກ.
ໃນກອງປະຊຸມ ໄດ້ປຶກສາຫາກັນກ່ຽວກັບການກຳນົດເວລາ, ຮູບແບບ ແລະ ເນື້ອໃນ ເຊິ່ງໃນຂັ້ນຕອນຕໍ່ໄປ ຕ້ອງໄດ້ສົບທົບກັບກະຊວງການຕ່າງປະເທດ ແລະ ກອງເລຂາອາຊຽນ ເພື່ອຄົ້ນຄວ້າແຜນວຽກ, ແຜນບຸກຄະລະກອນ ແລະ ແຜນງົບປະມານ ເພື່ອຈັດຕັ້ງປະຕິບັດໃຫ້ຊັດເຈນ.
ສໍາລັບກອງປະຊຸມ ເວທີສື່ມວນຊົນອາຊຽນ ຄັ້ງທີ 7 ແມ່ນຈັດຂຶ້ນໃນປະເທດ ອິນໂດເນເຊຍ ໃນປີ 2023 ພາຍໃຕ້ຫົວຂໍ້ “ບັນຫາຂອງອາຊຽນ ຈຸດໃຈກາງຂອງການພັດທະນາ” ໂດຍໄດ້ເຊີນນັກຂ່າວ 40 ກວ່າຄົນ ຈາກປະເທດອາຊຽນ ເຂົ້າຮ່ວມ.



