ວັນທີ 15 ຕຸລາ 2024, ຢູ່ສູນຝືກອົບຮົມທ່ອງທ່ຽວ ພະ ແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງ ນໍ້າທາ ໄດ້ຈັດກອງປະຊຸມຜ່ານຮ່າງແຜນດໍາເນີນບຸນນະມັດສະ ການ ແລະ ປະກາດຮັບຮອງພະທາດຫຼວງຈຽງຕຶງເປັນມໍລະດົກແຫ່ງຊາດ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ໂດຍການເປັນປະທານຂອງທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫຼວງນໍ້າທາ.
ທ່ານ ສົມສະຫວາດ ນາມອິນທາ ຮອງຫົວໜ້າພະແນກຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ຜ່ານຮ່າງແຜນດໍາເນີນບຸນນະມັດສະການ ແລະ ປະກາດຮັບຮອງພະທາດຫຼວງຈຽງຕຶງເປັນມໍລະດົກແຫ່ງຊາດ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ເພື່ອເປັນການປຶກສາຫາລືກ່ຽວກັບການປະຕິບັດ ຕາມວາລະເຄື່ອນໄຫວຂອງບຸນນະມັດສະການພະທາດຫຼວງຈຽງຕຶງ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ທັງເປັນກິດຈະກໍາລະດັບຊາດ ພ້ອມທັງປະກາດພະທາດຫຼວງຈຽງຕຶງເປັນມໍລະດົກແຫ່ງຊາດລະດັບທ້ອງຖີ່ນ ຊຶ່ງຈະໄດ້ຈັດຂຶ້ນໃນ ລະຫວ່າງ ວັນທີ 9-15 ພະຈິກ 2024. ດັ່ງນັ້ນ, ຄະນະຮັບຜິດຊອບກະກຽມຈັດບຸນນະມັດສະການພະທາດຫຼວງຈຽງຕຶງ ຈຶ່ງໄດ້ສ້າງວາລະການ ເຄື່ອນໄຫວ ແລະ ແຜນດໍາເນີນງານວາງສະແດງສິນຄ້າ, ຕະຫຼາດນັດ, ຂາຍເຄື່ອງທົ່ວໄປ, ເຄື່ອງຫຼີ້ນເດັກນ້ອຍ, ແຂ່ງຂັນບານເຕະ ຊິງຂັນທ່ານເຈົ້າແຂວງ, ແຂ່ງຂັນກະຕໍ້ ຊິງຂັນທ່ານເຈົ້າ ເມືອງ, ວາງສະແດງສິ້ນຄ້າ ຫັດຖະກໍາຂອງບັນດາເຜົ່າ, ສິ້ນຄ້າໂອດ໋ອບຂອງເມືອງ ແລະ ອາຫານທ້ອງຖີ່ນ, ສະແດງສິລະປະວັນນະຄະດີຂອງບັນດາໜ່ວຍ ແລະ ເດີນແບບອາພອນເຜົ່າ 13 ຊົນເຜົ່າ ພ້ອມ ທັງມີການຕັກບາດ – ຖວາຍສັງຄະທານ ແລະ ອີກຫຼາຍກິດຈະກໍາຢູ່ພາຍໃນບຸນ.
ໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນເພື່ອເປັນການແລກປ່ຽນ ເປັນຕົ້ນດ້ານງົບປະມານ, ການແບ່ງໜ້າທີ່ຄວາມຮັບຜິດຊອບແຕ່ລະຂະແໜງການ ເພື່ອເຮັດໃຫ້ຮ່າງແຜນດໍາເນີນບຸນນະມັດສະການ ແລະ ປະກາດຮັບຮອງພະທາດຫຼວງຈຽງຕຶງເປັນມໍລະດົກແຫ່ງຊາດ ມີເນື້ອໃນຄົບຖ້ວນ.
ຂ່າວ: ອຸ້ມ ສົມນໍວັນ






