ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ເຄື່ອນໄຫວ ແລະ ເຮັດວຽກ ຕິດ ຕາມສະພາບຫາງສຽງສັງຄົມຕໍ່ການຂົນສົ່ງທາງບົກຢູ່ແຂວງວຽງ ຈັນ ໃນວັນທີ 18 ພະຈິກ 2024 ໂດຍການຕອນຮັບຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງໆວຽງຈັນ ພ້ອມດ້ວຍບັນດາຫົວໜ້າ, ຮອງຫົວໜ້າພະແນກການ ທີ່ກ່ຽວຂ້ອງຂອງແຂວງ.
ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ໄດ້ກ່າວວ່າ: ການມາເຮັດວຽກໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ຊອກຫາວິທີການແກ້ໄຂບັນຫາຮ່ວມກັນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບຫາງສຽງສັງຄົມຕໍ່ຂົງເຂດຂົນສົ່ງທາງບົກ ທີ່ຕິດພັນກັບການເຂົ້າ-ອອກ ລົດບັນທຸກສິນຄ້າໜັກ ແລະ ລົດບັນທຸກແຮ່ທາດປະເພດຕ່າງໆ ຂອງພາຍໃນ ແລະ ຕ່າງປະເທດ ໃນໄລຍະຜ່ານມາກໍຄືປັດຈຸບັນ ລວມທັງການນໍາໃຊ້ແຮງງານ, ການເສຍພາສີ-ອາກອນ, ບັນຫາສິ່ງແວດລ້ອມ ທີ່ກະທົບຕໍ່ປະເທດຊາດ, ກະທົບຕໍ່ປະຊາຊົນ ແລະ ຜູ້ປະກອບການພາຍໃນປະເທດ ຕາມຫາງສຽງສັງຄົມ ຫລື ປະຊາ ຊົນ ເພື່ອສະເໜີພາກສ່ວນກ່ຽວຂ້ອງແກ້ໄຂຕາມລະບຽບການ.
ທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງວຽງຈັນ ໄດ້ລາຍງານກ່ຽວກັບຈຸດພິເສດ ແລະ ທ່າແຮງຂອງແຂວງວຽງຈັນ ເປັນຕົ້ນ ໂຄງການແຮ່ທາດ ທີ່ກຳລັງດໍາເນີນຢູ່ແຂວງວຽງຈັນ ໃນນັ້ນ, ຂັ້ນກະຊວງອະນຸຍາດ ມີ 20 ບໍລິສັດ ແລະ 35 ກິດຈະການ ໃນເນື້ອທີ່ ປະມານ 27 ພັນເຮັກຕາ ແລະ ຂັ້ນແຂວງ ອະນຸຍາດ ມີ 56 ບໍລິສັດ ແລະ 64 ກິດຈະການ ໃນເນື້ອທີ່ປະມານ 230 ເຮັກ ຕາ ກວມເອົາແຮ່ຄໍາ, ທອງ, ສັງກະສີ, ຖ່ານຫີນ ແລະ ແຮ່ບາຣິດ.
ທ່ານ ກິດໂຕ໋ ນັນທະວົງ ຮອງຫົວໜ້າພະແນກ ໂຍທາທິການການ ແລະ ຂົນສົ່ງ (ຍທຂ) ແຂວງວຽງຈັນ ໃຫ້ຮູ້ວ່າ: ການຂົນສົ່ງແຮ່ທາດຕ່າງໆ ໃນປັດຈຸບັນ ແຂວງວຽງຈັນ ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ໂດຍສະເພາະ ເສັ້ນທາງຫລວງແຫ່ງຊາດ ເລກ 10, ຊຶ່ງເປ່ເພຫລາຍ ປະຊາຊົນພົບຄວາມຫຍຸ້ງຍາກໃນການສັນ ຈອນໄປມາ ເມື່ອທຽບສິ່ງທີ່ໄດ້ຮັບກັບຜົນເສຍແລ້ວ ຂະແໜງ ການ ຍທຂ ບໍ່ໄດ້ປະໂຫຍດຫຍັງ ແຕ່ຕ້ອງໄດ້ຊອກຫາແຫລ່ງທຶນມາບູລະນະ, ສ້ອມແປງທາງພາຍໃນແຂວງ ແຕ່ມີມູນຄ່າມະຫາສານ ແລະ ຍັງຕ້ອງອົດທົນຮັບຟັງບັນຫາຫາງສຽງຂອງສັງຄົມຕື່ມອີກ.
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ທີ່ເຂົ້າຮ່ວມ ຍັງໄດ້ພ້ອມກັນປະ ກອບຄຳຄິດຄຳເຫັນ ໃສ່ບັນຫາທີ່ເຫັນວ່າຈະຕ້ອງໄດ້ເອົາໃຈໃສ່ແກ້ ໄຂໃນຕໍ່ໜ້າ ເປັນຕົ້ນ ການບັນທຸກສິນຄ້າໜັກເກີນກຳນົດ, ການແຕ່ງ ຕັ້ງຄະນະສະເພາະກິດການຂົນສົ່ງ, ການສ້າງຕັ້ງສະມາຄົມຂົນ ສົ່ງລົດບັນທຸກສິນຄ້າ ແລະ ການແຕ່ງຕັ້ງເຈົ້າໜ້າທີ່ທາງຫລວງ ແລະ ຕ້ອງມີການຮ່ວມມືກັບຫລາຍພາກສ່ວນ ເພື່ອເຮັດໃຫ້ການຂົນສົ່ງທາງບົກມີປະສິດທິຜົນ.
ໃນໂອກາດນີ້, ຄະນະດັ່ງກ່າວ ຍັງໄດ້ລົງຕິດຕາມສະພາບການຂຸດຄົ້ນແຮ່ບາຣິດ ທີ່ບ້ານຜາເຈົ້າ ເມືອງກາສີ ແຂວງວຽງຈັນ ຕື່ມອີກ.
ຂ່າວ-ພາບ: ແກ້ວອຸດົມ







