ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືວຽກງານຮອບດ້ານ ການຮ່ວມມືກວດກູ້ລະເບີດບໍ່ທັນແຕກ ລາວ-ຣັດເຊຍ

Dec 18, 2024

ໃນວັນທີ 17 ທັນວາ 2024 ທີ່ຫ້ອງວ່າການເມືອງວຽງໄຊ ແຂວງຫົວພັນ ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳເດືອນທີ 1 ໃນການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ລາວ-ຣັດເຊຍ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງຄະນະຊີ້ນໍາລວມ ການຮ່ວມມືແກ້ໄຂ ລບຕ ລາວ-ຣັດເຊຍ, ມີທ່ານ ພັນເອກ ລີຄາເຊັບ ອັນເດຣເປຣໂຕວິດ ທູດປ້ອງກັນຊາດສະຫະພັນຣັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ທ່ານ ພັນໂທ ມັກຊີມ ເຕີຄ່າເຊັບ ຫົວໜ້າໜ່ວຍງານເກັບກູ້ລະເບີດ ສູນກວດກູ້ມິນສາກົນ ກຳລັງປະກອບອາວຸດແຫ່ງ ສ ຣັດເຊຍ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ກວດກູ້ໃນ 1 ເດືອນຜ່ານມາ ວ່າ: ນັບຕັ້ງແຕ່ວັນທີ 11 ພະຈິກ ຫາ 13 ທັນວາ 2024, ກຳລັງກວດກູ້ມິນສາກົນ ແຫ່ງ ສ ຣັດເຊຍ ກວດກູ້ລະເບີດບໍ່ທັນແຕກ ຢູ່ສະໜາມເຂດກະສິກຳ ເມືອງບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ ສໍາເລັດ 4,1 ເຮັກຕາ, ກວດກູ້ລະເບີດໄດ້ 61 ໜ່ວຍ ໃນນີ້, ມີຫົວແຕກບົມ 1 ຫົວ, ຫົວແຕກລູກປືນໃຫຍ່ 19 ຫົວ, ລູກປືນໃຫຍ່ 30 ລູກ, ຫົວແຕກລູກປືນຄົກ 2 ຫົວ, ຊິ້ນສ່ວນລູກສອນໄຟ 4 ຊິ້ນ, ຫົວແຕກລະເບີດບົມບີ້ 1 ຫົວ, ລະເບີດບົມບີ້ BLU-26 ຈໍານວນ 4 ໜ່ວຍ, ເສດເຫລັກ 2.038 ຊິ້ນສ່ວນ ແລະ ເສດສະເກັດ 3.713 ຊິ້ນສ່ວນ.
ໂອກາດນີ້, ທ່ານ ສົມພອນ ມິດຕະພອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຄະນະຊີ້ນຳ, ຄະນະຮັບຜິດຊອບພາກສະໜາມ ແລະ ພະນັກງານ-ນັກຮົບກວດກູ້ລະເບີດຝ່າຍລາວ-ຣັດເຊຍ ທຸກສະຫາຍ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່, ສຸມສະຕິປັນຍາ, ທຸ້ມເທເຫື່ອແຮງ ເຂົ້າໃນການປະຕິບັດໜ້າທີ່ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ມີຄວາມອົດທົນ, ບຸກບືນຜ່ານຜ່າທຸກຄວາມຫຍຸ້ງຍາກນານາປະການ, ມີຄວາມຕັດສິນໃຈ ແລະ ມີຄວາມຮັບຜິດຊອບສູງ.
ໃນວັນດຽວກັນ, ທ່ານ ພົນຕີ ສົມພອນ ມິດຕະພອນ ພ້ອມດ້ວຍຄະນະ ຍັງໄດ້ລົງກວດກາສະໜາມກວດກູ້ ເຂດກະສິກໍາເມືອງ ຢູ່ບ້ານນາໄກ່ ຕື່ມອີກ.