ໂຄງການສ້າງຄວາມເຂັ້ມແຂງເສດຖະກິດສີຂຽວ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ດ້ານກະສິກຳ (Green CUP) ຈັດກອງປະຊຸມຄະນະຊີ້ນໍາ ດ້ານວິຊາການ ເພື່ອປຶກສາຫາລືໃນການສ້າງຄວາມເຂັ້ມແຂງ ດ້ານການພັດທະນາຄຸນນະພາບ ຂອງຂະແໜງກາເຟ ແລະ ຊາ ໃນ ສປປ ລາວ ດ້ວຍການປະຕິບັດລະບົບນິເວດກະສິກຳຂອງຊຸມຊົນ, ສາມາດປັບຕົວຕໍ່ບັນຫາການປ່ຽນແປງດິນຟ້າອາກາດ ໃນວັນທີ 10 ກຸມພາ 2026 ໂດຍການເປັນປະທານຂອງທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຝຣັ່ງຊົວ-ຊາເວຍ ດຸຍປ໋ອກສ ຫົວໜ້າອົງການຝຣັ່ງ ເພື່ອການພັດທະນາ ປະຈຳ ສປປ ລາວ, ທ່ານ ນາງ ເວີຍເລີ ສະເມັດ ຜູ້ຕາງໜ້າຈາກອົງການສະຫະພາບເອີຣົບ ປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ.
ຂະແໜງກາເຟລາວ ມີຄວາມສຳຄັນຫລາຍຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຊຶ່ງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກຳນົດເອົາການຜະລິດກາເຟ ເປັນພືດຍຸດທະສາດ ເພື່ອສົ່ງເສີມໃຫ້ກາຍເປັນສິນຄ້າສົ່ງອອກ ສາມາດສ້າງລາຍໃຫ້ແກ່ປະເທດຊາດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໄດ້. ປັດຈຸບັນ, ເຫັນວ່າມີຫລາຍຫົວໜ່ວຍທຸລະກິດ ໄດ້ສຸມໃສ່ການລົງທຶນເຂົ້າໃສ່ການຜະລິດກາເຟ ຊຶ່ງມີບໍລິສັດທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຫລາຍກວ່າ 80 ຫົວໜ່ວຍ ທີ່ເຮັດທຸລະກິດດ້ານການຜະລິດ, ການປຸງແຕ່ງ ແລະ ສົ່ງອອກກາເຟ ລວມມູນຄ່າການສົ່ງອອກກາເຟ ໃນແຕ່ລະປີປະມານ 100 ລ້ານກວ່າໂດລາສະຫະລັດ. ນອກຈາກນີ້, ກາເຟຍັງເປັນແຫລ່ງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ກະສິກອນ ຫລາຍກວ່າ 20.000 ຄອບຄົວ ແລະ ໄດ້ສ້າງວຽກເຮັດງານທຳ ໃຫ້ຊາວຜູ້ອອກແຮງງານຫລາຍກວ່າ 300.000 ຄົນ.

ໃນໄລຍະຜ່ານມາ, ການຜະລິດຊາ (ໃບຊາ) ສ່ວນໃຫຍ່ ແມ່ນຜະລິດເປັນຄອບຄົວ ຂອງປະຊາຊົນເຂດຊົນນະນົດ ຊຶ່ງກາຍເປັນແຫລ່ງລາຍໄດ້ສຳຄັນຂອງຄອບຄົວ, ຊາລາວ ມີຈຸດບົ່ມຊ້ອນສຳຄັນໃນການພັດທະນາ ເປັນສິນຄ້າປາຍແຫລມ ເພື່ອການສົ່ງອອກ. ເມື່ອບໍ່ດົນມານີ້, ເຫັນວ່າການຜະລິດ, ການປູກຊາໃນລາວ ແມ່ນໄດ້ຮັບຄວາມສົນໃຈຫລາຍຂຶ້ນ ຈາກນັກລົງທຶນພາຍໃນ ແລະ ພາກພື້ນ ເນື່ອງຈາກຕະຫລາດພາກພື້ນ ແລະ ສາກົນ ໄດ້ສົນໃຈຊື້ໃບຊາລາວນັບມື້ຫລາຍຂຶ້ນ. ພ້ອມດຽວກັນນັ້ນ, ກໍມີບັນດາໂຄງການພັດທະນາ ໄດ້ໃຫ້ການຊ່ວຍເຫລືອທຶນຮອນ ແລະ ວິຊາການ ແກ່ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ເພື່ອຊຸກຍູ້ສົ່ງເສີມກະສິກອນ ໃຫ້ສາມາດຜະລິດຊາຄຸນນະພາບ ຕາມທີ່ຕະຫລາດຕ້ອງການ.
ປັດຈຸບັນ, ເຫັນວ່າຂະແໜງກາເຟ ແລະ ໃບຊາລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ, ຜົນສຳເລັດດັ່ງກ່າວ, ເປັນສ່ວນໜຶ່ງກໍຍ້ອນການປະກອບສ່ວນທຶນຮອນ ແລະ ວິຊາການຢ່າງຕໍ່ເນື່ອງ ຈາກປະເທດເພື່ອນມິດສາກົນ.
ຂ່າວ: ພອນໄຊ ສີສົງຄາມ


