ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດສຳມະນາ ຖອດຖອນບົດຮຽນການຈັດຕັ້ງປະຕິບັດ ວຽກງານມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ແລະ ປຶກສາຫາລື ເພື່ອສ້າງແຜນພັດທະນາການທ່ອງທ່ຽວຂອງ ສປປ ລາວ ສຳລັບ 2026-2030 ໃນວັນທີ 19-21 ພະຈິກ 2024 ໂດຍການເປັນປະທານຂອງ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຖວທ ນະຄອນຫລວງ, ແຂວງ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານນາງ ດາລານີ ພົມມະວົງສາ ໄດ້ໃຫ້ຮູ້ວ່າ: ການສໍາມະນາຄັ້ງນີ້, ມີຄວາມໝາຍ, ຄວາມສຳຄັນຢ່າງຍິ່ງ ຕໍ່ກັບການພັດທະນາວຽກງານການທ່ອງທ່ຽວຂອງ ສປປ ລາວ ເຊິ່ງຈະໄດ້ຮ່ວມກັນປຶກສາຫາລືເພື່ອສ້າງແຜນພັດທະນາການທ່ອງທ່ຽວຂອງ ສປປ ລາວ ສຳລັບ 2026-2030 ໂດຍສະເພາະການພັດທະນາການທ່ອງທ່ຽວຂອງ ສປປ ລາວ ຕາມແນວທາງທິດຍືນຍົງສີຂຽວ ໂດຍກຳນົດບັນດາກິດຈະກຳ ທີ່ຈະຈັດຕັ້ງປະຕິບັດໃນ 5 ປີຂ້າງໜ້າ ໃຫ້ບັນລຸຕາມເປົ້າໝາຍ ກໍຄື ຕົວຊີ້ບອກທີ່ວາງໄວ້. ການທ່ອງທ່ຽວ ແມ່ນອຸດສາຫະກຳທີ່ປອດຄວັນ ເຊິ່ງມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ຕໍ່ເນື່ອງ ແລະ ໄດ້ກາຍເປັນຂະແໜງການຕົ້ນຕໍ ທີ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ ໃຫ້ມີຄວາມເຂັ້ມແຂງຂອງຫລາຍໆປະເທດໃນໂລກ ລວມທັງ ສປປ ລາວ. ລັດຖະບານແຫ່ງ ສປປ ລາວ ໄດ້ຖືເອົາວຽກງານທ່ອງທ່ຽວ ເປັນເສດຖະກິດປາຍແຫລມຂະແໜງການໜຶ່ງ ທີ່ກະຕຸ້ນບັນດາຂະແໜງການທີ່ເປັນຕ່ອງໂສ້ ໃຫ້ມີການພັດທະນາໄປພ້ອມໆກັນ ດ້ວຍການສ້າງອາຊີບ ແລະ ລາຍຮັບທີ່ກວ້າງຂວາງ ເຊິ່ງນຳເອົາເງິນຕາຕ່າງປະເທດມາສູ່ ສປປ ລາວ ເປັນຈຳນວນຫລາຍພໍສົມຄວນ, ຊ່ວຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດໃຫ້ມີຄວາມເຂັ້ມແຂງ, ຊ່ວຍຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຕາມນະໂຍບາຍຂອງພັກ ແລະ ລັດຖະບານ ທີ່ໄດ້ວາງອອກເທື່ອລະກ້າວ.
ທ່ານ ນາງ ດາລານີ ພົມມະວົງສາ ຍັງໃຫ້ຮູ້ອີກວ່າ: ວຽກງານການທ່ອງທ່ຽວຂອງ ສປປ ລາວ ໄດ້ຮັບການປັບປຸງ ແລະ ພັດທະນາເລື້ອຍໆມາ ແລະ ຫັນເຂົ້າສູ່ມາດຕະຖານເທື່ອລະກ້າວ ໂດຍສະ ເພາະໄດ້ຈັດຕັ້ງປະຕິບັດ 7 ມາດຕະຖານການທ່ອງທ່ຽວອາຊຽນ ແລະ ລາງວັນການທ່ອງທ່ຽວຍືນຍົງອາຊຽນ. ໃນໄລຍະຜ່ານມາມີຫລາຍພາກສ່ວນ ແລະ ສະຖານປະກອບການຫລາຍແຫ່ງ ກໍໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຫລາຍລາງວັນພໍສົມຄວນ. ນອກຈາກນີ້, ພວກເຮົາຍັງໄດ້ປັບບັນດາມາດຕະຖານການທ່ອງທ່ຽວອາຊຽນ ທີ່ກ່າວມານີ້, ມາເປັນມາດຕະຖານການທ່ອງທ່ຽວຂອງ ສປປ ລາວ ຕື່ມອີກ ແນໃສ່ເພື່ອພັດທະນາວຽກງານການທ່ອງທ່ຽວລາວ ໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ມາດຕະຖານ ໂດຍສະເພາະ ການສົ່ງເສີມ ແລະ ກະຕຸກຊຸກຍູ້ບັນດາຫົວໜ່ວຍທຸລະກິດຕ່າງໆ ໃຫ້ມີມາດຕະຖານທີ່ດີ, ມີຄວາມພ້ອມໃນການຕ້ອນຮັບແຂກ, ສາມາດສະໜອງຕາມຄວາມຮຽກຮ້ອງຕ້ອງ ການ ແລະ ຮັບປະກັນຄວາມເພິ່ງພໍໃຈແກ່ແຂກທີ່ໃຊ້ບໍລິການ.
ຂ່າວ: ທະນູທອງ
ພາບ: ຂັນໄຊ




