ກອງປະຊຸມປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢູ່ນະ ຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 22 ມັງກອນ 2025 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ມີທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າກົມ ຮອງກົມ ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ປືກສາຫາລືຫຼາຍຫົວຂໍ້ສຳຄັນເປັນຕົ້ນການມອບວຽກການຂຶ້ນທະບຽນອອກໃບຕາດິນ ວຽກງານຈົດ ທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນຳໃຊ້ທີ່ດິນໃຫ້ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງການຫັນວຽກງານທີ່ດິນເປັນທັນສະໄໝ ການຈັດສັນທີ່ ດິນຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງນະຄອນຫຼວງ ການປັບປຸງເຂດປະເມີນລາຄາທີ່ ດິນ ແລະ ການຄຸ້ມຄອງສິ່ງແວດລ້ອມຂອງໂຄງການລົງທຶນ.
ນອກຈາກນີ້ ຍັງໄດ້ຮັບຟັງການລາຍງານຫຍໍ້ຈາກພາກສ່ວນກ່ຽວ ຂ້ອງຂອງ ນວ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແບບຮອບດ້ານຂອງນະຄອນຫຼວງ ການຫັນທີ່ດິນເປັນທັນສະ ໄໝ ການປະເມີນລາຄາທີ່ດິນ ການເຊົ່າ ແລະ ສຳປະທານທີ່ ດິນ ແລະ ການຄຸ້ມຄອງສິ່ງແວດລ້ອມຂອງໂຄງການລົງທຶນ, ການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ, ວຽກງານຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນຳໃຊ້ທີ່ ດິນໃຫ້ຂັ້ນເມືອງ ແລະ ວຽກງານພົ້ນເດັ່ນຕ່າງໆ ປະກອບຄຳເຫັນຕໍ່ວຽກງານຂຶ້ນທະບຽນອອກໃບຕາດິນ, ວຽກງານຈົດ ທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນຳໃຊ້ທີ່ດິນໃຫ້ຂັ້ນເມືອງ ແລະ ບັນຫາກ່ຽວຂ້ອງອື່ນໆ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດຍິ່ງຂຶ້ນ.
ທີ່ມາ: ວຽງຈັນໃໝ່






