ໃນວັນທີ 19 ທັນວາ 2024 ນີ້ ທີ່ຫ້ອງວ່າການເມືອງ ທ່າພະບາດ, ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງ ທ່າພະບາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ຜູ້ຕ່າງໜ້າມາຈາກ ເມືອງ ກົກຊ່ອງ, ແຂວງເຈີນລານຳໂດ ສ.ເກົາຫຼີ.
ຈຸດປະສົງເພື່ອພົບປະແລກປ່ຽນບົດຮຽນລະຫວ່າງ ເມືອງ ທ່າພະບາດ – ເມືອງ ກົກຊ່ອງ ແລະ ປືກສາຫາລືແຜນການຮ່ວມມືຂອງສອງຝ່າຍໃນການຈັດສົ່ງແຮງງານລາວໄປເຮັດວຽກຕາມລະ ດູການໃນຂະແໜງກະສິກໍາ ຢູ່ ສ.ເກົາຫຼີ ເພື່ອຖ່າຍທອດເອົາຄວາມຮູ້ ແລະ ປະສົບການ ເຊິ່ງລັດຖະບານ ສປປ ລາວ ໄດ້ມີ ນະໂຍບາຍ ແລະ ໃຫ້ຄວາມສໍາຄັນ ໃນການສົ່ງເສີມປະຊາຊົນຜູ້ທີ່ປະກອບອາຊີບກະສິກໍາ ໂດຍສະເພາະຜູ້ທີ່ອາໃສໃນຂົງເຂດຊົນນະ ບົດ ໃຫ້ມີໂອກາດໃນການເຂົ້າເຖິງການພັດທະນາສີມືແຮງງານ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນການຜະລິດກະສິກໍາ ເພື່ອເປັນການຍົກສູງຄຸນະພາບຂອງການຜະລິດກະສິກໍາ ເພື່ອສະ ໜອງພາຍໃນປະເທດໃຫ້ ພຽງພໍ ແລະ ກ້າວໄປເຖິງການສົ່ງອອກຜະລິດຕະພັນກະສິກໍາໄປປະເທດຕ່າງໆ.
ໃນທ້າຍປີ 2023 ຜ່ານມາ ເມືອງ ທ່າພະບາດເຮົາ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກ ຕາມລະດູການ ຢູ່ ສ.ເກົາຫຼີ ກໍ່ຄື ເມືອງ ກົກຊ່ອງ ສາມາດຈັດສົ່ງແຮງງານພາຍໃນເມືອງ ໄປເຮັດວຽກຕາມລະດູການ ໄດ້ຈໍານວນ 29 ຄົນ ຍິງ 9 ຄົນ ສໍາລັບ ໃນໄລຍະຕົ້ນປີ 2025 ນີ້ ເມືອງ ກົກຊ່ອງ ມີຄວາມຕ້ອງການແຮງງານ ດ້ານກະສິ ກໍາ ຈໍານວນ 60 ຄົນ.



