ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລື ກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ-ທ້ອງຖິ່ນ

Jun 25, 2025

ຫ້ອງວ່າການສູນກາງພັກ ຈັດກອງປະຊຸມປຶກສາຫາລືສ້າງຄວາມເຂົ້າໃຈ ແລະ ເອກະພາບ ເພື່ອກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງ ຖິ່ນ ໃນວັນທີ 25 ມິຖຸນາ 2025 ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາສະຫາຍຄະນະພັກ, ຄະນະຮັບຜິດ ຊອບຊ່ວຍວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຂອງພັກ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ເພັດ ພົມພິພັກ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້, ກໍເພື່ອເປັນການກະ ກຽມຄວາມພ້ອມຮອບດ້ານ ໂດຍສະເພາະພະນັກງານ ຂອງຫ້ອງວ່າການສູນກາງພັກ ທີ່ຈະລົງໄປຊ່ວຍຊຸກຍູ້ການກະກຽມເນື້ອໃນເອກະສານກອງປະຊຸມໃຫຍ່ ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ກໍາແໜ້ນເນື້ອໃນຈິດໃຈ ຄໍາເຫັນຊີ້ນໍາຂອງຂັ້ນເທິງ ໂດຍສະເພາະຄໍາສັ່ງວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 03 ຂັ້ນ ເລກທີ 411/ຄລສພ, ລົງວັນທີ 08 ສິງຫາ 2023 ຂອງຄະນະເລຂາທິການສູນກາງພັກ; ບົດແນະນໍາກ່ຽວກັບການກະກຽມເນື້ອໃນຮ່າງລາຍງານການເມືອງ ຂອງອົງຄະນະພັກແຕ່ລະຂັ້ນ ເລກທີ 05/ຫສພ, ລົງວັນທີ 31 ຕຸລາ 2023 ຂອງຫ້ອງວ່າການສູນກາງພັກ ວາງອອກໃຫ້ເລິກເຊິ່ງ. ພ້ອມນັ້ນ, ກໍເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບຕໍ່ພາລະບົດບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບ ຂອງຫ້ອງວ່າການສູນພັກກາງພັກ ກໍຄື ຄະນະຮັບຜິດຊອບທີ່ຈະລົງຊ່ວຍຊຸກຍູ້ ການກະກຽມເນື້ອໃນເອກະສານກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ໄປຖືກທິດ ແລະ ລວງດຽວກັນ. ຂະນະດຽວກັນ, ກໍເພື່ອຍົກສູງຄຸນນະພາບ ໃນການປະຕິບັດໜ້າທີ່ ຂອງຄະນະຮັບຜິດຊອບທີ່ຈະລົງຊ່ວຍຊຸກຍູ້ ການກະກຽມເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກ ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຕາມລະດັບຄາດໝາຍ ຂອງຂັ້ນເທິງ.
ສະຫາຍ ເພັດ ພົມພິພັກ ຍັງກ່າວຕື່ມອີກວ່າ: ປັດຈຸບັນທົ່ວພັກ, ທົ່ວລັດ, ທົ່ວສັງຄົມ ກໍາລັງສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະທ້າຍສະໄໝ ແລະ ການສະເຫລີມສະຫລອງ 03 ວັນປະຫວັດສາດ. ໃນນັ້ນ, ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ພວມອອກແຮງແຂ່ງຂັນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໄລຍະທ້າຍສະໄໝ ແລະ ກະກຽມກອງປະຊຸມໃຫຍ່ຂອງຕົນຂຶ້ນ ໃນມໍ່ໆນີ້ ໂດຍສະເພາະມີບາງກະຊວງ, ອົງການ ແລະ ທ້ອງຖິ່ນ ມີແຜນຈະດໍາເນີນກອງປະຊຸມໃຫຍ່ໃນລະຫວ່າງເດືອນສິງຫາ ຫາທ້າຍປີ 2025 ນີ້. (ຍົກເວັ້ນບາງອົງການຂອງພັກ ແລະ ອົງການຈັດຕັ້ງມະຫາຊົນ ທີ່ຈະເປີດຫລັງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ). ສະນັ້ນ, ຫ້ອງວ່າການສູນກາງພັກ ໃນຖານະທີ່ເປັນອົງການເສນາທິການ ຊ່ວຍໃນການກະ ກຽມເນື້ອໃນກອງປະຊຸມໃຫຍ່ 3 ຂັ້ນ ໂດຍສະເພາະການຮ່າງລາຍງານການເມືອງ ຂອງອົງຄະນະພັກແຕ່ລະຂັ້ນ ເຊິ່ງພວກເຮົາ ກໍໄດ້ເປັນເຈົ້າການໃນຮ່າງບົດແນະນໍາເລກທີ 05/ຫສພ ຂຶ້ນເພື່ອແນະນໍາ ແລະ ສ້າງຄວາມຮັບຮູ້ເຂົ້້າໃຈເປັນເອກະພາບຕໍ່ບັນຫາຈໍານວນໜຶ່ງ ກ່ຽວກັບໂຄງສ້າງ ແລະ ເນື້ອໃນຮ່າງລາຍງານການເມືອງ. ນອກນັ້ນ, ກໍຍັງມີເອກະສານປິ່ນອ້ອມຈໍານວນໜຶ່ງ ເປັນຕົ້ນ ແຜນດໍາເນີນງານ, ມະຕິ ແລະ ເອກະສານອື່ນໆ.
ຂ່າວ-ພາບ: ຂັນໄຊ