ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມປຶກສາຫາລື ຄົ້ນຄວ້າພິຈາລະນາ ການອອກແບບໂຄງການພັດທະນາຕ່າງໆ ຢູ່ແຂວງຄໍາມ່ວນ ທີ່ໄດ້ມີການສຶກສາສໍາຫລວດ ແລະ ໄດ້ລົງນາມເຊັນສັນຍາໃນໄລຍະຜ່ານມາ ຈັດຂຶ້ນໃນວັນທີ 6 ມິຖຸນາ 2025 ທີ່ຫ້ອງວ່າການແຂວງ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ທ່ານ ໂຍມາ ອິນທະວົງ ຕາງໜ້າກຸ່ມບໍລິສັດ 3 ບີ ຈໍາກັດຜູ້ດຽວ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ຕາງໜ້າກຸ່ມບໍລິສັດ 3 ບີ ຈໍາກັດຜູ້ດຽວໄດ້ລາຍງານ ກ່ຽວກັບຈຸດປະສົງ, ບັນດາແຜນໂຄງການທີ່ບໍລິສັດຈະພັດທະນາ ແລະ ສະພາບຄວາມຄືບໜ້າ ການຈັດຕັ້ງປະຕິບັດທັງ 4 ໂຄງການ ເຊິ່ງປະກອບມີ: ໂຄງການກໍ່ສ້າງສະໜາມກ໊ອບ ໃນເນື້ອທີ່ 90 ເຮັກຕາ ຢູ່ສົ້ນຂົວມິດຕະພາບ 3; ໂຄງການກໍ່ສ້າງສູນການຄ້າ, ອາພາດເມັນຢູ່ຄ້າຍຄຸມຂັງເກົ່າ; ໂຄງການພັດທະນາໜອງບົວ ແລະ ໂຄງການກໍ່ສ້າງຈຸດພັກລົດຢູ່ຫລັກ 4 ເຂດປ່າສັກ ທັງນີ້ກໍເພື່ອພັດທະນາພື້ນຖານໂຄງລ່າງ ແຂວງຄໍາມ່ວນ ໃຫ້ສາມາດເປັນແຫລ່ງຮອງຮັບນັກທ່ອງທ່ຽວ, ສູນກາງເສດຖະກິດ, ການຄົມມະນາຄົມ ແລະ ຂົນສົ່ງ ສ້າງການເຊື່ອມຈອດໃນພູມມີພາກ 3 ປະເທດ ລາວ, ໄທ ແລະ ຫວຽດນາມ ທັງເປັນບ່ອນພັກເຊົາ, ພັກຜ່ອນ, ບ່ອນກະຈາຍສິນຄ້າ ພັດທະນາເມືອງຜ່ານ ໃຫ້ກາຍເປັນເມືອງທ່າຮັບຕ້ອນແຂກບ້ານແຂກເມືອງ ຍົກລະດັບຈາກເມືອງຮອງເປັນເມືອງຫລັກ ລວມເຖິງການສ້າງວຽກເຮັດງານທຳ ໃຫ້ ປະຊາຊົນ ກໍຄືຊາວໜຸ່ມໃນທອງຖິ່ນ ແລະ ຊາວຜູ້ອອກແຮງງານ ໃຫ້ມີວຽກງານເປັນຫລັກແຫລ່ງ.
ທ່ານ ວັນໄຊ ພອງສະຫວັນ ໄດ້ຮຽກຮ້ອງໃຫ້ພາກສ່ວນບໍລິສັດ ຈົ່ງໄດ້ນໍາເອົາຄວາມຄິດເຫັນ ຂອງກອງປະຊຸມຄັ້ງນີ້ ໄປຄົ້ນຄ້ວາ ແລະ ດັດປັບ ໃຫ້ມີຄວາມສອດຄ່ອງເໝາະສົມ ແລະ ດໍາເນີນການກໍ່ສ້າງໃຫ້ສໍາເລັດ.
ຂ່າວ: ມະນີວັນ







