ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລື ຊອກວິທີແກ້ໄຂບັນຫາເຄັ່ງຮ້ອນ-ຮີບດ່ວນທີ່ເກີດຂຶ້ນໃນສັງຄົມ

Nov 12, 2024

ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຈັດຂຶ້ນໃນວັນທີ 11 ພະຈິກ 2024 ທີ່ສະພາແຫ່ງຊາດ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສຸນກາງພັກ, ປະທານຄະນະປະຈຳສະພາແຫ່ງຊາດ ແລະ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ມີຮອງປະທານ ແລະ ກຳມະການຄະ ນະປະຈຳສະພາແຫ່ງຊາດ, ປະທານສູນກາງສະຫະພັນກຳມະບານລາວ, ປະທານສູນກາງສະຫະພັນແມ່ຍິງລາວ, ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງປະທານສະຫະ ພັນນັກຮົບເກົ່າແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ
ກອງປະຊຸມໄດ້ປຶກສາຫາລື ແລະ ຮ່ວມກັນຊອກຫາວິທີແກ້ໄຂບັນຫາເຄັ່ງຮ້ອນຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງຜົນກະ ທົບຕໍ່ການສ້າງສາພັດ ທະນາເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມນີ້, ຍັງເປັນການຕິດຕາມກວດ ກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ, ທັງເປັນການສ້າງຄວາມເປັນເອກະພາບ ລະຫວ່າງ ຄະນະປະຈຳສະ ພາແຫ່ງຊາດ ກັບສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໃນການແກ້ໄຂບັນຫາຕ່າງໆ ໃຫ້ສອດຄ່ອງກັບແນວທາງນະໂບຍາຍ, ລັດຖະທຳມະນູນ ແລະ ກົດໝາຍ.
ກອງປະຊຸມ, ໄດ້ຮັບຟັງການສະເໜີຜົນການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການແກ້ໄຂຜົນກະທົບຈາກໂຄງການການພັດທະນາໄລຍະຜ່ານມາ. ນອກນັ້ນ, ຍັງໄດ້ມີການສົນທະນາແລກປ່ຽນການປະກອບຄຳເຫັນຕໍ່ກອງປະຊຸມຄັ້ງນີ້, ປະກອບບາງຄຳເຫັນໃສ່ສິດ ແລະ ໜ້າທີ່ທີ່ໄດ້ກຳນົດໃນກົດໝາຍຂອງອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການ ຈັດຕັ້ງມະຫາຊົນ ໃນການຕິດຕາມກວດກາການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ; ປະກອບຄຳເຫັນກ່ຽວກັບການປັບປຸງມາດຕາທີ່ກ່ຽວຂ້ອງຂອງ ລັດຖະທຳມະນູນ ຕາມທິດຍົກສູງຄຸນນະພາບການຕິດຕາມກວດກາຂອງອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ.
ຂ່າວ: ສພຊ